ການເຊັນສັນຍາບົດບັນທຶກຊ່ວຍຈໍາ ຮ່ວມມືທາງດ້ານວິຊາການ ແລະ ວຽກງານຕ່າງປະເທດ

ພິທີເຊັນສັນຍາບົດບັນທຶກຊ່ວຍຈໍາ ຮ່ວມມືທາງດ້ານວິຊາການ ແລະ ວຽກງານການຕ່າງປະເທດ

ໃນຕອນແລງວັນພຸດ ວັນທີ 8 ພຶດສະພາ 2019 ຜ່ານມານີ້ ສະຖາບັນຍຸຕິທໍາພາກເໜືອ ໄດ້ມີພິທີເຮັດບົດບັນທຶກຊ່ວຍຈໍາປຶກສາຫາລືກ່ຽວກັບວຽກງານຮ່ວມມືດ້ານວິຊາການກັບມະຫາວິທະຍາໄລສຸພານຸວົງ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ສໍານັກງານອະທິການບໍດີ ຊຶ່ງຄູ່ສັນຍາຝ່າຍມະຫາວິທະຍາໄລສຸພານຸວົງ ນໍາໂດຍທ່ານ ຮສ ປທ ວິໄຊ ຈັນສະຫວ່າງ ອະທິການບໍດີ ແລະ ສະຖາບັນຍຸຕິທໍາ ພາກເໜືອ ນຳໂດຍ ທ່ານ ແສງອາລຸນ ພັນນະລັດ ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ ຍິງ 3 ທ່ານ.

Subscribe to RSS - ການເຊັນສັນຍາບົດບັນທຶກຊ່ວຍຈໍາ ຮ່ວມມືທາງດ້ານວິຊາການ ແລະ ວຽກງານຕ່າງປະເທດ