ຈັນທະບູລີ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ

ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2019 ຢູ່ທີ່ສະໂມສອນເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ 1 ປະຈຳປີ 2019 ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳມີ ທູນຈັນທະກຸນ ຮອງເລຂາພັກເມືອງ, ຮອງເຈົ້າເມືອງຈັນທະບູລີ, ຜູ້ເຂົ້າຮ່ວມມີ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ, ທ່ານ ເພັດສະໝອນ ສົງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງ ຈັນທະບູລີ, ແຂກຖືກເຊີນ ພ້ອມດ້ວຍນັກຝຶກອົບຮົມຈາກຂັ້ນບ້ານ ມີເລຂາພັກບ້ານ, ນາຍບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ພະນັກງານທີ່ເຮັດວຽກຢູ່ໃນອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຂະແໜງການພາຍໃນເມືອງ ເຂົ້າຮ່ວມຈຳ

Subscribe to RSS - ຈັນທະບູລີ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ