ທີ່ຫ້ອງການຍຸຕິທຳເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ

ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ

     ໂດຍປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 181/ກຍ, ລົງວັນທີ 22 ກຸມພາ 2017 ວ່າດ້ວຍການອະນຸມັດເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ, ໃນວັນທີ 27 ກຸມພາ 2017 ກະ ຊວງຍຸຕິທຳ ຕາງໜ້າໂດຍກົມສົ່ງເສີມລະບົບຍຸຕິທຳ ຮ່ວມກັບມູນນິທິເອເຊຍ ປະຈຳລາວ (The Asia Foundation) ໄດ້ມີພິທີເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ທີ່ສະໂມສອນເມືອງແກ່ນທ້າວ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ມີແຂກຖືກເຊີນ, ນັກສຶກສາກົດໝາຍຝຶກງານ ເຂົ້າຮ່ວມທັງໝົດທັງໝົດ 221 ຄົນ, ​ຍິງ 45 ຄົນ.

Subscribe to RSS - ທີ່ຫ້ອງການຍຸຕິທຳເມືອງແກ່ນທ້າວ ແລະ ເມືອງຊຽງຮ່ອນ