ຝຶກອົບຮົມວຽກງານ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ພະນັກງານຂະແໜງຍຸຕິທໍາແຂວງ ອຸດົມໄຊ

ຝຶກອົບຮົມວຽກງານ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ພະນັກງານຂະແໜງຍຸຕິທໍາແຂວງ ອຸດົມໄຊ

ໃນລະຫວ່າງວັນທີ 4 – 8 ພະຈິກ 2019 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ຈັດຊຸດຝຶກອົບຮົມຄູຝຶກ ກ່ຽວກັບການຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ພະນັກງານຂະແໜງຍຸຕິທໍາແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມ ຂອງທ່ານ ພູທອນ ແກ້ວດວງມະນີ ຄະນະພັກກະຊວງ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ແລະ ທ່ານ ບຸນຈັນ ສີບຸນຕາ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ອຸດົມໄຊ. ຜູ້ເຂົ້າຮ່ວມມີ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ, ຫົວໜ້າຂະ ແໜງ ແລະ ນັກຝຶກອົບຮົມຈາກຫ້ອງການຍຸຕິທໍາເມືອງ ທັງ 7 ເມືອງ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 3 ທ່ານ.

Subscribe to RSS - ຝຶກອົບຮົມວຽກງານ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃຫ້ພະນັກງານຂະແໜງຍຸຕິທໍາແຂວງ ອຸດົມໄຊ