ພະແນກຍຸຕິທຳແຂວງເຊກອງລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ.

ພະແນກຍຸຕິທຳແຂວງ ເຊກອງລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ.

ໃນລະຫວ່າງວັນທີ 2-3 ກັນຍາ ປີ 2019 ຜ່ານມານີ້ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາພະແນກຍຸຕິທໍາແຂວງ ເຊກອງ ຮ່ວມກັບຫ້ອງການຍຸຕິທໍາເມືອງ ລະມາມ ໄດ້ຈັດກິດຈະກໍາເຜີຍແຜ່ກົດໝາຍ, ດຳລັດວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍ ແລະ ຄໍາແນະນຳ ສະບັບເລກທີ 1077/ກຍ, ກ່ຽວກັບການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ຈັດຂຶ້ນຢູ່ທີ່ບ້ານໃໝ່ຫົວເມືອງ ແລະ ບ້ານ ວັດຫຼວງ ເມືອງ ລະມາມ ແຂວງ ເຊກອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາມິ່ງ ໄຊຍະຈັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ມີພະນັກງານວິຊາການທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ 6 ບ້ານ ຕະຫຼອດຮອດ ພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 92 ຄົນ, ຍິງ 47 ຄົນ.<

Subscribe to RSS - ພະແນກຍຸຕິທຳແຂວງເຊກອງລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ.