ພະແນກຍຸຕິທຳແຂວງເຊກອງເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ

ພະແນກຍຸຕິທຳແຂວງ ເຊກອງ ໄດ້ເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ

ໃນວັນທີ 17-18 ທັນວາ 2019 ຜ່ານມານີ້ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາພະແນກຍຸຕິທໍາແຂວງ ເຊກອງ ຮ່ວມກັບຫ້ອງການຍຸຕິທໍາເມືອງ ລະມາມ ໄດ້ເຜີຍແຜ່ດຳລັດ ສະບັບເລກທີ 77/ລບ, ຄໍາແນະນຳ ເລກທີ 1077/ກຍ, ກ່ຽວກັບຊ່ວຍເຫຼືອທາງດ້ານກົດໝາຍ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ກຸ່ມ 6 ເມືອງ ລະມາມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາບາງ ພະສະແຫວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາ ແຂວງ, ມີຮອງຫົວໜ້າພະແນກ, ຫົວໜ້າຫ້ອງການຍຸຕິທໍາເມືອງ ລະມາມ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານກຸ່ມ 6 ຕະຫຼອດຮອດ ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍເຂົ້າຮ່ວມທັງໝົດ 71 ທ່ານ, ຍິງ 14 ທ່ານ.

Subscribe to RSS - ພະແນກຍຸຕິທຳແຂວງເຊກອງເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ