ພະແນກຍຸຕິທຳ ແຂວງ ຈຳປາສັກ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ພະແນກຍຸຕິທຳແຂວງ ຈຳປາສັກ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ຕອນເຊົ້າ ຂອງວັນທີ 25 ເມສາ 2019 ຜ່ານມານີ້ ຢູ່ທີ່ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ຈັດພິທີເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານນຳພາ, ຄຸ້ມຄອງຂອງພະແນກການອ້ອມຂ້າງແຂວງ, ນະຄອນ, 9 ຕົວເມືອງ, ພາກສ່ວນທຸລະກິດ ແລະ ເອກະຊົນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຍຸຕິທຳແຂວງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ, ມີຄະນະພະແນກຍຸຕິທຳ, ຄະນະຮັບຜິດຊອບຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຄູ-ອາຈານ ພ້ອມດ້ວຍນັກຝືກອົບຮົມເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 13 ທ່ານ.

Subscribe to RSS - ພະແນກຍຸຕິທຳ ແຂວງ ຈຳປາສັກ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ