ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020

ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020

    ໃນລະຫວ່າງວັນທີ 7-8 ທັນວາ 2017 ທີ່ຜ່ານມາ ພະແນກຍຸຕິທໍາແຂວງຜົ້ງສາລີ ໄດ້ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020 ຂອງພະແນກຍຸຕິທໍາແຂວງຂຶ້ນ ທີ່ຫ້ອງປະຊຸມຂອງຄະນະເລຂາທິການສະພາປະຊາຊົນແຂວງຜົ້ງສາລີ. ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄໍາເສີດ ວິລະພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ, ມີບັນດາຄະນະພະແນກ,ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 15 ທ່ານ.

Subscribe to RSS - ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມທາບທາມການຂຶ້ນແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງແຕ່ນີ້ຮອດປີ 2020