ສາມບ້ານ ເມືອງ ອະນຸວົງ ປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ສາມບ້ານ ເມືອງ ອະນຸວົງ ປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ວັນທີ 04-08 ສິງຫາ 2019 ທີ່ຜ່ານມາ, ບ້ານ ອ່າວເໜືອ, ບ້ານ ອ່າວກາງ ແລະ ບ້ານ ອ່າວໃຕ້ ເມືອງ ອະນຸວົງ, ແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມ ປ່ອນບັດເລືອກຕັ້ງເອົາຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານຊຸດໃໝ່ຂຶ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ຊົວເຊັ່ງ ຈືວາໜໍເຮີລໍ່ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ໄຊສົມບູນ, ຫົວໜ້າຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ນາຍບ້ານທັງສາມບ້ານ. ຜູ້ເຂົ້າຮ່ວມມີ ປກສ, ປກຊ ທີ່ລົງຮາກຖານປະຈໍາຢູ່ບ້ານ ແລະ ປະຊາຊົນທັງສາມບ້ານຄື ບ້ານອ່າວເໜືອ, ບ້ານ ອ່າວກາງ ແລະ ບ້ານ ອ່າວໃຕ້ ລວມທັງໝົດ 201 ທ່ານ, ຍິງ 69 ທ່ານ.

Subscribe to RSS - ສາມບ້ານ ເມືອງ ອະນຸວົງ ປັບປຸງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ