ສີ່ພາກສ່ວນປົກປ້ອງກົດໝາຍ ແຂວງບໍແກ້ວຈັດພິທີເຊັນບົດບັນທຶກຮ່ວມກັນ

ສີ່ ພາກສ່ວນປົກປ້ອງກົດໝາຍ ແຂວງ ບໍ່ແກ້ວ ຈັດພິທີເຊັນບົດບັນທຶກຮ່ວມກັນ

ໃນຕອນບ່າຍ ຂອງວັນທີ 28 ມິຖຸນາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍ່ແກ້ວ ໄດ້ຈັດໃຫ້ມີພິທີເຊັນບົດບັນທຶກຮ່ວມກັນ ລະຫວ່າງ ຄະນະກໍາມາທິການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນແຂວງ ບໍ່ແກ້ວ ກັບ ພະແນກຍຸຕິທໍາແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ບໍ່ແກ້ວ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມພອນ ແກ້ວມະນີ ກໍາມາການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານກໍາມະທິການຍຸຕິທໍາ ແລະ ປກສ-ປກຊ, ມີບັນດາຫົວໜ້າ ແລະ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ຫົວໜ້າ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານ ແລະ ຮອງປະທານສານປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ຜູ້ພິພາສາ, ຫົວໜ້າຫ້ອງ

Subscribe to RSS - ສີ່ພາກສ່ວນປົກປ້ອງກົດໝາຍ ແຂວງບໍແກ້ວຈັດພິທີເຊັນບົດບັນທຶກຮ່ວມກັນ