ຫ້ອງການຍຸຕິທຳ ເມືອງໄຊທານີ ປິດຊຸດຝຶກອົບຮົມກົດໝາຍ 45 ວັນ

ຫ້ອງການຍຸຕິທຳ ເມືອງໄຊທານີ ປິດຊຸດຝຶກອົບຮົມກົດໝາຍ 45 ວັນ

ຫ້ອງການຍຸຕິທຳເມືອງໄຊທານີ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ I ປະຈຳປີ 2019 ຂຶ້ນ ໃນຕອນເຊົ້າຂອງວັນທີ 28 ສິງຫາ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງຍຸຕິທຳ; ພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ; ມີທ່ານ ຄຳປະດິດ ເຂັມມານິດ ຄະນະພັກນະຄອນຫຼວງວຽງຈັນ, ເຈົ້າເມືອງໄຊທານີ; ທ່ານ ບຸນເພັງ ສີນະວົງພອນ ຄະນະພັກນະຄອນຫຼວງວຽງຈັນ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ; ມີຫົວໜ້າ, ຮອງຫົວໜ້າຫ້ອງການຍຸຕິທຳເມືອງ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 94 ທ່ານ, ຍິງ 19 ທ່ານ.

Subscribe to RSS - ຫ້ອງການຍຸຕິທຳ ເມືອງໄຊທານີ ປິດຊຸດຝຶກອົບຮົມກົດໝາຍ 45 ວັນ