ເມືອງລ້ອງຊານ ເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ

ເມືອງລ້ອງຊານ ແຂວງ ໄຊສົມບູນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ໃນຕອນເຊົ້າ ຂອງວັນທີ 13 ພຶດສະພາ 2019 ນີ້, ເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ຈັດພິທີ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຂຶ້ນ ຢູ່ທີ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ບຸນກອງ ຊົງປ່າຢິ້ງ ເຈົ້າເມືອງລ້ອງຊານ ແລະ ທ່ານ ອຸດອນ ສິງດາລາ, ຫົວໜ້າພະແນກຍຸຕິທຳແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 5 ທ່ານ.

Subscribe to RSS - ເມືອງລ້ອງຊານ ເປີດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ