ແຂວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ IX ປະຈຳປີ 2019

ແຂວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ IX ປະຈຳປີ 2019

ວັນທີ 26 ກໍລະກົດ 2019 ທີ່ຜ່ານມາພະແນກຍຸຕິທໍາແຂວງວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ IX ປະຈຳປີ 2019 ຂຶ້ນຢູ່ທີ່ ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງວຽງຈັນ, ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາໜ່ວຍພັກ,ຫົວພະແນກຍຸຕິທໍາແຂວງວຽງຈັນ, ມີຄະນະນໍາພະແນກຍຸຕິທຳ, ແຂກທີ່ຖືກເຊີນ, ຄະນະຮັບຜິດຊອບ, ຄູອາຈານພ້ອມດ້ວຍນັກຝຶກອົບຮົມພາຍໃນແຂວງວຽງຈັນ ເຂົ້າຮ່ວມ ຈຳນວນ 87 ທ່ານ ຍິງ 11 ທ່ານ.

Subscribe to RSS - ແຂວງວຽງຈັນ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ ຊຸດທີ IX ປະຈຳປີ 2019