ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍຊາວໜຸ່ມຮາກຖານ ກົມກວດກາ

ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມຮາກຖານ ກົມກວດາ ໃນໄລຍະຜ່ານມາ ໃນຕອນເຊົ້າຂອງວັນທີ 12 ສິງຫາ 2019 ໜ່ວຍຊາວໜຸ່ມຮາກຖານກົມກວດກາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຂອງສະ ຫາຍ ບຸນເມກ ບັນນາວົງ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມກວດກາ ເຂົ້າຮ່ວມມີ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມອອ້ມຂ້າງ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມກວດກາ ເຂົ້າຮ່ວມທັງໝົດຈຳນວນ 28 ສະຫາຍ, ຍິງ 5 ສະຫາຍ.

ໃນກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ໃນໄລຍະ 5 ປີຜ່ານມາ ສະໜີໂດຍ ສະຫາຍ ນາງ ດວງພອນ ກົມມະທັນ ຮອງເລຂາຊາວໜຸ່ມຮາກຖານກົມກວດກາ, ໜ່ວຍຊາວໜຸ່ມຮາກຖານກົມກວດກາແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ຂຶ້ນກັບການຊີ້ນຳ-ນຳພາຢ່າງຮອບດ້ານ ຈາກຄະນະໜ່ວຍພັກກົມກວດກາ ແລະ ມີສາຍຕັ້ງຂຶ້ນກັບຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ມີພາລະບົດບາດໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກໃຫ້ປາກົດຜົນເປັນຈິງ ສຳລັບດ້ານວຽກງານວິຊາສະເພາະ ແມ່ນໄດ້ເຮັດໜ້າທີ່ໃນການຕິດຕາມ, ກວດກາ ແລະ ແກ້ໄຂຄຳຮ້ອງຄຳສະເໜີຂອງປະຊາຊົນທີ່ມີຕໍ່ຂະແໜງຍຸຕິທຳ; ນອກຈາກນັ້ນ, ກໍໄດ້ເຄື່ອນໄຫວວຽກງານຕ່າງໆ ຕາມທິດທາງແຜນການຂອງຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳວາງອອກໃນແຕ່ລະໄລຍະ.
ພ້ອມດຽວກັນ ຄະນະໜ່ວຍຊາວໜຸ່ມຮາກຖານ ຊຸດເກົ່າກໍໄດ້ປະກາດອຳລາໜ້າທີ່, ຫຼັງຈາກນັ້ນ ໃນກອງປະຊຸມກໍໄດ້ປ່ອນບັດເລືອກເອົາຄະນະໜ່ວຍຊາວໜຸ່ມຮາກຖານກົມກວດກາຊຸດໃໝ່ ໂດຍ ເລືອກເອົາ 3 ສະຫາຍ ເປັນຄະນະໜ່ວຍຊາວໜຸ່ມຊຸດໃໝ່ຂອງກົມກວດກາ ຊຶ່ງປະກອບດ້ວຍ: ສະຫາຍ ແສງອາລຸນ ມະນີທອງ ເປັນເລຂາໜ່ວຍ, ສະຫາຍ ນາງ ດວງພອນ ກົມມະທັນ ເປັນຮອງ ແລະ ສະຫາຍ ຫາມົວ ເປັນຄະນະ.

ຂຽນຂ່າວ: ອ່ອນຄຳ, ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: