ກົມທະບຽນສານ ກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານຢູ່ ເມືອງໄຊເສດຖາ

     ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​​ຢ່າງເລິກ​ເຊິ່ງໃຫ້​ແກ່​ຄະນະ​ພັ​ກ, ຄະນະ​ນຳ, ພະນັກງານ-ລັດຖະກອນ, ອົງການ​ປົກຄອງ​ບ້ານ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ ​ເມືອງ​ໄຊ​ເສດ​ຖາ ​ໃຫ້​ມີ​ຄວາມຮັບ​ຮູ້​ເຂົ້າ​ໃຈ ​ແລະ ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ທະບຽນສານ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ວຽກງານ​ທະບຽນສານ ໃນຕໍ່ໜ້າ​ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ​​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ທັນວາ 2017 ທີ່​ຜ່ານ​ມາ ຫ້ອງການ​ຍຸຕິ​ທຳ​ເມ​ືອງ​ໄຊ​​ເສດ​ຖາ​​ສົມທົບ​ກັບ​ຄະນະ​ພັກ, ຄະນະ​ນຳ​ເມືອງ​ໄຊ​ເສດ​ຖາ ​ໄດ້ຈັດ​ຕັ້ງ​ເຜີຍ​ແຜ່​ກົດໝາຍວ່າ​ ດ້ວຍ​ທະບຽນສານ ​ແລະ ຄຳ​ສັ່ງ​ເລກທີ 10/ນຍ, ລົງ​ວັນ​ທີ 01 ​ເມສາ 2016 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ເອົາ​​ໃຈ​ໃສ່​ຕໍ່ກັບ​ວຽກງານ​ທະບຽນສານ ຊຶ່ງ​ໄດ້​ຈັດຂຶ້ນຢູ່ທີ່​ສະ​ໂມ​ສອນຂອງ​ຫ້ອງວ່າການ​ປົກຄອງ ​ເມືອງ​ໄຊ​ເສດ​ຖາ ​ໂດຍ​ມີ ທ່ານ ນຽມ ສຸພັນ​ຄ້ຳ​ມະ​ວົງ ຮອງ​ຫົວໜ້າກົມ​ທະບຽນສານ ກະຊວງ​ຍຸຕິ​ທຳ, ​ເຂົ້າ​ຮ່ວມ ມີ​ທ່ານ ບຸນປິ່ງ ປັນຍາ​ຈິດ ຮອງ​ເຈົ້າ​ເມືອງ​ໄຊ​ເສດ​ຖາ, ບັນດາ​ຫ້ອງການ, ຫົວໜ່ວຍທຸລະ​ກິດ, ບັນດາ​ນາຍບ້ານ ​ແລະ ປະຊາຊົນ ພາຍ​ໃນ​ເມືອງ​ເຂົ້າ​ຮ່ວມ.

     ໂອກາດ​ດັ່ງກ່າວນີ້ ທ່ານ ນຽມ ສຳພັນ​ຄ້ຳ​ມະ​ວົງ ຮອງ​ຫົວໜ້າກົມ​ທະບຽນສານ ກະຊວງ​ຍຸຕິ​ທຳ ​ໄດ້​ເຜີຍ​ແຜ່​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກົດໝາຍວ່າ​ດ້ວຍ ​ທະບຽນສານ ​ແລະ ຄຳ​ສັ່ງ ເລກທີ 10/ນຍ, ລົງ​ວັນ​ທີ 01 ​ເມສາ 2016 ກ່ຽວກັບ​ການ​ເພີ່ມທະວີ​ຄວາມ​ເອົາ​ໃຈ​ໃສ່ຕໍ່ວຽກທະບຽນສານ ຊຶ່ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​​ພາລະ​ບົດບາດ, ​ສິດ ​ແລະ ໜ້າທີ່​ຂອງ​ອົງການ​ທະບຽນສານ, ຄວາມໝາຍ, ຄວາມ​ສຳຄັນ, ຈຸດປະສົງ ​ແລະ ຄຸນຄ່າ​ຂອງ ວຽກງານ​ທະບຽນສານ​ ​ໂດຍ​ສະ​ເພາະ​ແມ່ນ​ການ​ຢັ້ງຢືນ​ຄວາມ​ຖືກຕ້ອງ​ຂອງ​​ເອກ​ສານ​ຂອງອົງ​ການ​ທະບຽນສານ ​ໂດຍ​ສະ​ເພາະ​ແມ່ນຕໍ່ກັບ​ສັນຍາ ​ແລະ ​ເອກະສານ​ປະ​ເພດ​ຕ່າງໆ ກ່ອນ​ທີ່​ບຸກຄົນ ​ແລະ ນິຕິບຸກຄົນຈະ​ນຳ​ໄປ​ປະຕິບັດ ຫຼື ​ເປັນ​ເອກະສານອ້າງ​ອີງ, ​ຄວນ​ໃຫ້​ມີ​ການ​ຢັ້ງຢືນ​ຖືກຕ້ອງ​ກັບ​ຄວາມ​ເປັນ​ຈິງ ​ແລະ ​ໃຫ້ສອດຄ່ອງ​ກັບ​ກົດໝາຍ ​ເຮັດ​ແນວ​ນີ້ກໍ​ເພື່ອ​ເປັນ​ການຫຼີກລ້ຽງຂໍ້​ຂັດ​ແຍ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ.

 

ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ

ພາບ: ສຸກ​ສາຄອນ ຈັນທະ​ວຸດ