ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ.

ໃນລະຫວ່າງວັນ 09-12 ກໍລະກົດ 2019 ຜ່ານມານີ້ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຮ່ວມກັບອົງການຢູນິເຊັບ (UNICEF) ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ ຫົວໜ້າຄະນະລົງຕິດຕາມໃນຄັ້ງນີ້ແມ່ນ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ນະຄອນ.

ການລົງຕິດຕາມ, ຊຸກຍູ້ ກ່ຽວກັບວຽກງານໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສິນ ໃນຄັ້ງນີ້ແມ່ນເພື່ອປະເມີນຄວາມອາດສາມາດ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຄະນະຮັບຜິດຊອບແຕ່ລະຂັ້ນ ກ່ຽວກັບໂຄງການດັ່ງກ່າວ ທີ່ໄດ້ຜ່ານການຝຶກອົບຮົມມາ ເປັນຕົ້ນແມ່ນ ວິທີແກ້ໄຂຄະດີເດັກ, ການເກັບກຳສະຖິຕິເດັກທົ່ວໄປ, ສະຖິຕິການກະທຳຜິດຂອງເດັກ, ສະຖິຕິເດັກທີ່ມີຄວາມສ່ຽງ, ການຈົດບັນທຶກການຮັບແຈ້ງຄວາມ ແລະ ວີທີປະເມີນຄວາມສ່ຽງຂອງເດັກ ເພື່ອຊອກຫາຕົ້ນເຫດທີ່ພາໃຫ້ເດັກໄປກະທຳຜິດ, ຊອກຫາວິທີທາງສະກັດກັ້ນບໍ່ໃຫ້ເດັກໄປກະທຳຜິດ ແລະ ເດັກທີ່ກະທຳຜິດແລ້ວບໍ່ໃຫ້ໄປກະທຳຜິດອີກ. ພ້ອມນັ້ນ ບັນດາຄະນະຮັບຜິດຊອບໄດ້ລາຍງານສະພາບລວມບ້ານຂອງຕົນ ມີດັ່ງນີ້: ຕັ້ງແຕ່ໄດ້ມີໂຄງການເຂົ້າມາບັນດາຄະນະຮັບຜິດຊອບບາງບ້ານກໍໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຊຶ່ງໄດ້ພາກັນໂຄສະນາບັນດານິຕິກຳທີ່ກ່ຽວຂ້ອງກັບຍຸຕິທຳເດັກໃຫ້ແກ່ປະຊາຊົນພາຍໃນບ້ານໄດ້ຮັບຮູ້, ຮູ້ຈັກວິທີແກ້ໄຂການກະທຳຜິດຂອງເດັກຢ່າງຖືກວິທີ ແລະ ສຶກສາອົບຮົມເດັກທີ່ມີຄວາມສ່ຽງຈຳນວນໜຶ່ງ. ຄະນະຮັບຜິດຊອບສາມາດນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມມາຈັດຕັ້ງປະຕີບັດໄດ້ຮັບໝາກຜົນດັ່ງນີ້: ສາມາດແກ້ໄຂຄະດີເດັກ ຈຳນວນ 05 ເລື່ອງ ຄະດີທຳຮ່າງກາຍ ຈຳນວນ 03 ເລື່ອງ, ຄະດີລັກຊັບພົນລະເມືອງ ຈຳນວນ 02 ເລື່ອງ, ເກັບກຳສະຖິຕິເດັກທີ່ມີຄວາມສ່ຽງ ຈຳນວນ 05 ຄົນ ຄວາມສ່ຽງຈາກຢາເສບຕິດ ຈຳນວນ 01 ຄົນ ແລະ ສ້າງຄວາມບໍ່ສະຫງົບຢູ່ພາຍໃນບ້ານ (ດັດແປງສະພາບລົດ) ຈຳນວນ 04 ຄົນ ບ້ານເປົ້າໝາຍໃນການລົງຕິດຕາມໃນຄັ້ງນີ້ມີຄື: ນະຄອນໄກສອນພົມວິຫານ ( ບ້ານໂພນສູງ, ບ້ານນາເຕີຍ, ບ້ານຂອນແກ່ນ, ບ້ານໂນນສະຫວາດ, ບ້ານຫ້ວຍ ແລະ ບ້ານຊອກ); ເມືອງ ໄຊພູທອງ (ບ້ານ ນາຄຳ) ແລະ ເມືອງ ອາດສະພັງທອງ ( ບ້ານດົງເຫັນ, ບ້ານກະບອງເພັດ, ບ້ານດອນປ່າໄລ່, ບ້ານໜອງປາກຊ່ອງ).

ໃນຕອນທ້າຍ ທ່ານ ສີສຸພັນ ທອງສາຍທະລາ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍໍ່ການເອົາໃຈໃສ່ຂອງຄະນະຮັບຜິດຊອບໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດໄດ້ນຳເອົາຜົນຂອງການຝຶກອົບຮົມມາໃຊ້ໃຫ້ປະກົດຜົນເປັນຈິງ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານດັ່ງກ່າວ ແລະ ໃຫ້ທິດຊີ້ນຳແກ່ຄະນະຮັບຜິດຊອບແຕ່ລະຂັ້ນຄວນເອົາໃຈໃສ່ຄົ້ນຄວ້ານິຕິກຳ ກຳແໜ້ນທາງດ້ານວິຊາການກົດໝາຍ, ການເກັບກຳສະຖິຕິເດັກທົ່ວໄປ, ການເກັບກຳສະຖິຕິເດັກທີ່ກະທຳຜິດ, ສະຖິຕິເດັກທີ່ມີຄວາມສ່ຽງ ແລະ ການຕິດຕາມເດັກທີ່ມີຄວາມສ່ຽງຕື່ມ ເພື່ອເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ ບໍ່ໃຫ້ເດັກໄປກະທຳຜິດ ແລະ ຜູ້ກະທຳຜິດບໍ່ໃຫ້ໄປກະທຳຜິດອີກ ເພື່ອໃຫ້ເດັກກັບຄືນສູ່ສັງຄົມໃຊ້ຊີວິດຄືກັບເດັກນ້ອຍທົ່ວໄປ ແລະ ເປັນຄົນດີຂອງພໍ່ແມ່ກໍຄືປະເທດຊາດ.

 

ຂຽນຂ່າວ ແລະ ຖ່າຍພາບ ໂດຍ: ເຈ ພຸດທະວົງ