ກອງປະຊຸມໃຫຍ່ຊາວໜຸ່ມກົມຮ່ວມມືສາກົນ ກະຊວງຍຸຕິທຳ

ໃນຕອນບ່າຍຂອງວັນທີ 4 ກັນຍາ 2019 ໜ່ວຍຊາວໜຸ່ມຮາກຖານກົມຮ່ວມມືສາກົນ ກະຊວງຍຸຕິທຳໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ວິລະກອນ ສົມຊະນິດ ເລຂາໜ່ວຍຊາວໝຸມ ກົມຮ່ວມມືສາກົນ, ມີສະຫາຍ ເກດສະໜາ ພົມມະຈັນ ເລຂາໜ່ວຍພັກກົມຮ່ວມມືສາກົນ ແລະ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມຮ່ວມມືສາກົນ ເຂົ້າຮ່ວມທັງໝົດຈຳນວນ 28 ສະຫາຍ, ຍິງ 8 ສະຫາຍ.

ກອງປະຊຸມໃນຄັ້ງນີ້ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມຮາກຖານ ກົມຮ່ວມມືສາກົນ ໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ. ໃນກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາ ໃນໄລຍະ 5 ປີຜ່ານມາ ສະເໜີໂດຍ ສະຫາຍ ວິລະກອນ ເລຂາຊາວໜຸ່ມຮາກຖານກົມຮ່ວມມືສາກົນ, ໜ່ວຍຊາວໜຸ່ມຮາກຖານກົມຮ່ວມມືສາກົນແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ຂຶ້ນກັບການຊີ້ນຳ-ນຳພາຢ່າງຮອບດ້ານ ຈາກຄະນະໜ່ວຍພັກກົມຮ່ວມມືສາກົນ ແລະ ມີສາຍຕັ້ງຂຶ້ນກັບຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ມີພາລະບົດບາດໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກໃຫ້ປາກົດຜົນເປັນຈິງ.
ຫຼັງຈາກນັ້ນ ໃນກອງປະຊຸມກໍໄດ້ປ່ອນບັດເລືອກເອົາຄະນະໜ່ວຍຊາວໜຸ່ມຮາກຖານກົມຮ່ວມມືສາກົນຊຸດໃໝ່ ໂດຍ ເລືອກເອົາ 3 ສະຫາຍ ຊຶ່ງປະກອບດ້ວຍ: ສະຫາຍ ປາຢູນ ແກ້ວແສນແພງ ເປັນເລຂາໜ່ວຍ, ສະຫາຍ ນາງ ຈິດທະສອນ ດວງດີ ເປັນຮອງ ແລະ ສະຫາຍ ປາເຢຍ ວື່ ເປັນຄະນະ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງໃຫ້ທິດຊີ້ນຳໃນແຕ່ລະດ້ານຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະໜ່ວຍໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ

ປະເພດຂ່າວ: