ການໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ

ຕອນເຊົ້າຂອງວັນທີ 1 ກຸມພາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກສຶກສາຂອງສະຖາບັນຍຸຕິທຳແຫ່ງຊາດ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍ ທ່ານ ໄກທິບພະຈັນ ພວງພະຈັນ ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ມີຜູ້ຕາງໜ້າໂຄງການລູນາ 2 (LUNA II) ພ້ອມດ້ວຍຄະນະ, ຄະນະຮັບຜິດຊອບວຽກງານເຜີຍແຜ່ແອັບກົດໝາຍລາວ (version 3) ເຂົ້າຮ່ວມທັງໝົດຈຳນວນ 120 ຄົນ, ຍິງ 85 ຄົນ. ການລົງໂຄສະນາໃນຄັ້ງນີ້ ແມ່ນໄດ້ຮັບທຶນການຊ່ວຍເຫຼືອຈາກອົງການພັດທະນາສາກົນ ອາເມລິກາ ໂດຍຜ່ານໂຄງການລູນາ 2.

ຈຸດປະສົງການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ໃນຄັ້ງນີ້ ເພື່ອໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ໄດ້ຮັບຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດເວົ້າໄດ້ວ່າ: ພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ. ນອກນັ້ນແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ.

ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງແອັບກົດໝາຍລາວ (version 3) ເປັນທີ່ຮຽບຮ້ອຍແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ການດາວໂຫລດແອັບກົດໝາຍ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂັວນ ດ້ວຍບັນຍາກາດອັນຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ