ເມືອງ ຊຽງເງິນ ແຂວງຫຼວງພະບາງ ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳສົກປີ 2018

ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ພະນັກງານນັກຮົບຂອງແຂວງ ແລະ ເມືອງ ພາຍ​ໃນ​ແຂວງຫຼວງພະບາງ ໄດ້ຮັບຮູ້ ​ແລະ  ເຂົ້າໃຈຕໍ່ກັບລັດຖະທຳມະນູນ ແລະ ກົດໝາຍ, ພ້ອມນັ້ນ​ກໍເປັນການຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ. 

     

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2018 ຜ່ານ​ມາ​ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳເມືອງ ຊຽງເງິນ ແຂວງຫຼວງພະບາງ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ VI ປະຈຳສົກປີ 2018 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສາຍສະໝອນ ທິດາກອນ  ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຊຽງເງິນ, ມີຮອງຫົວໜ້າພະແນກຍຸຕິທຳແຂວງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ​ແລະ ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງພ້ອມພຽງ.

 ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ມີນັກສຳມະນາກອນ​ເຂົ້າ​ຮ່ວມ​ຝຶກ​ອົບຮົມທັງໝົດ 51 ທ່ານ, ຍິງ 11 ທ່ານ, ຊຶ່ງຊຸດຝຶກອົບຮົມຄັ້ງນີ້ ​ແມ່ນ​ຈະ​ໄດ້​ນຳ​ເອົາຫຼັກສູດ​ການ​ຮຽນກໍ​ຄືພາກທິດສະດີ ແລະ ພາກກົດໝາຍ ປະກອບມີ 37 ວິຊາ, 30 ໜ່ວຍກິດ, 450 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ.

ຂ່າວ ພະ​ແນ​ກຍຸຕິ​ທຳ​ແຂວງ​ຫຼວງພະບາງ

ປັບປຸງ​ຂ່າວ ປາວີຄຳ ເພັດທະລາກຸນ