ຄະນະກວດກາກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ.

ໃນວັນທີ່ 07 ພຶດສະພາ 2019 ທາງຄະນະກວດກາຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານ ທີ່ ພະແນກຍຸຕິທຳແຂວງ ຄຳມ່ວນ ຈຳນວນ 3 ທ່ານ 1. ທ່ານ ສິງຫາ ງຽມຈະເລີນ, 2. ທ່ານ ພວງເພັດ ສົມວໍລະຈິດ, 3. ທ່ານ ແສງອາລຸນ ມະນີທອງ ແລະ ໃຫ້ການຮັບຕ້ອນໂດຍທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍພະນັກງານ ວິຊາການພາຍໃນພະແນກ, ຈຸດປະສົງ ແລະ ເປົ້າໝາຍຂອງກົມກວດກາທີ່ໄດ້ລົງເຄື່ອນໄຫວວຽກງານທີ່ແຂວງ ຄຳມ່ວນໃນຄັ້ງນີ້ ກໍເພື່ອ ປະຕິບັດຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຍຸຕິທຳ ວ່າດ້ວຍການອານຸມັດໃຫ້ກົມກວດກາດຳເນີນການກວດກາວຽກງານການເງິນ ຂອງສະຖາບັນຍຸຕິທຳແຫ່ງຊາດ, ສະຖາບັນຍຸຕິທຳ 3 ພາກ ແລະ ກວດກາປົກກະຕິຢູ່ພະແນກຍຸຕິທຳແຂວງ ຫລວງພະບາງ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ ແລະ ແຂວງ ໄຊຍະບູລີ,

 ໃນວາລະດັ່ງກ່າວ  ກໍ່ໄດ້ເປີດກອງປະຊຸມຂື້ນ ທີ່ຫ້ອງປະຊຸມພະແນກຍຸຕິທຳ ໂດຍການຮ່ວມເປັນປະທານ ໂດຍ ທ່ານ ຄຳເພົ້າ ທອງເທພາຮັກ ຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ແລະ ທ່ານ ສິງຫາ ງຽມຈະເລີນ ຮອງຫົວໜ້າກົມກວດກາ.  ໃນພິທີດັ່ງກ່າວ ກໍ່ໄດ້ສະຫຼຸບລາຍງານປະຈຳປິ 2018 ແລະ ແຜນການ ປີ 2019 ແລະ ບົດສະຫຼຸບໄຕມາດ 1 ແລະ ແຜນໄຕມາດ 2 ປະຈຳປີ 2019 ຜ່ານທີ່ປະຊຸມ ພ້ອມທັງການສະຫຼຸບລາຍງານຂອງບັນດາຫົວໜ້າຫ້ອງການ ທັງ 07 ຂະແໜງການ ທີ່ຂື້ນກັບພະແນກ ຊື່ງໄດ້ລາຍງານ ຜົນງານທີ່ພົ້ນຂອງຕົນທີ່ເກັບກ່ຽວມາໄດ້ໃນໄລຍະຜ່ານມາ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ພ້ອມດ້ວຍສາເຫດ, ວິທີແກ້ໄຂ ແລະ ຂໍ້ສະເໜີຕ່າງໆ  ຂອງທັງ 07 ຂະແໜງການ, ຜ່ານ ກົມກວດກາ ແລະ ຄະນະພະແນກ ເພື່ອນຳໄປພິຈາລະນາ ແລະ ແກ້ໄຂ ຕາມການລາຍງານຕ່າງໆ.

ພິທີດັ່ງກ່າວ ໄດ້ດຳເນີນມາເຖິງເວລາ 16:00 ໂມງ ແມ່ນສຳເລັດຂອງການລົງມາເຄື່ອນໄຫວໃນຄັ້ງນີ້.