ພະແນກຍຸຕິທຳແຂວງຈຳປາສັກ ລົງໂຄສະນາເຜີຍແຜ່ກົດໝາຍຢູ່ສະຖາບັນການສຶກສາຕ່າງໆ ພາຍໃນແຂວງ

     ໃນຕອນບ່າຍຂອງວັນທີ 08 ແລະ ວັນທີ 16 ກຸມພາ 2018 ທີ່ຜ່ານມາ ພະແນກຍຸຕິທຳແຂວງຈຳປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ສະຖາບັນການສຶກສາຕ່າງໆ ພາຍໃນແຂວງຈຳປາສັກ. ນຳພາໂດຍທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ແລະ  ທ່ານ ນ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມຄະນະ. ມີບັນດາ ພະນັກງານ, ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ຢູ່ວິທະຍາໄລການເງິນພາກໃຕ້ ແລະ ວິທະຍາໄລໄອທີໄຊ ຈຳປາ ແຂວງຈຳປາສັກ ເຂົ້າຮ່ວມ 548 ຄົນ, ຍິງ 357 ຄົນ.

     ຈຸດປະສົງໃນການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ ພະນັກງານ, ຄູ-ອາຈານ ນັກຮຽນຮູ້ປັນຍາຊົນ, ນັກສຶກສາ ທີ່ເປັນກຳລັງຫຼັກອັນສຳຄັນຂອງຊາດ ໃຫ້ຮັບຮູ້ ແລະ ເຂົ້າໃຈກົດໝາຍ ແລະ ລະບຽບການຢ່າງເລິກເຊີ່ງ, ພ້ອມທັງນຳໃຊ້ສິດ ແລະ ປະຕິບັດພັນທະຂອງຕົນຢ່າງເຕັມສ່ວນ, ປະກອບສ່ວນຢ່າງຕັ້ງໜ້າໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ສຳລັບກົດໝາຍທີ່ນຳມາໂຄສະນາເຜີຍແຜ່ໃນຄັ້ງນີ້ມີ: ກົດໝາຍ ອາຍາ, ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍ ຢາເສບຕິດ ແລະ ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ຊຶ່ງກົດໝາຍເຫຼົ່ານີ້ມັນຕິດພັນກັບການດຳລົງຊີວິດປະຊາຊົນໃນປັດຈຸບັນ.

ນັກຂ່າວພະແນກຍຸຕິທຳແຂວງ ຈຳປາສັກ

ປັບປຸງ: ນ. ສີປະໄພ ເພັດປະທຸມມາ.