ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ ສະຖາບັນການສຶກສາຕ່າງໆ

    ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 1268/ກຍ, ລົງວັນທີ 16 ພະຈິກ 2017 ຂອງ ລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຍຸຕິທຳ ແຂວງ/ນະຄອນຫຼວງ ແລະ ແຜນການເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຂອງພະແນກຍຸຕິທຳ ແຂວງ ປະຈຳສົກປີ 2016 - 2017.

    ໃນຕອນບ່າຍຂອງວັນທີ 8 ພະຈິກ 2017 ແລະ 12 ທັນວາ 2017 ທີ່ຜ່ານມານີ້ ພະແນກ ຍຸຕິທຳແຂວງຈຳປາສັກ ນຳໂດຍ ທ່ານ ນ. ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມຄະນະໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ບັນດາພະນັກງານ, ຄູ, ອາຈານ, ນັກຮຽນຮູ້ປັນຍາຊົນ ແລະ ນັກສຶກສາ ຢູ່ທີ່ວິທະຍາໄລເຕັກນິກວິຊາຊີບ - ການຊ່າງ ແລະ ມະຫາວິທະຍາໄລ ແຂວງຈໍາປາສັກ, ມີຈຳນວນພົນເຂົ້າຮ່ວມທັງໝົດ 620 ຄົນ; ຍິງ 274 ຄົນ. ຈຸດປະສົງ ເພື່ອລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ອາຍາ ແລະ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍ ວ່າດ້ວຍຢາເສບຕິດ ແລະ ກົດໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ຂໍ້ຜູກພັນນອກສັນຍາ ທັງນີ້ກໍເພື່ອສ້າງສະຕິເຄົາລົບກົດໝາຍ, ເຮັດໃຫ້ການປະຕິບັດວຽກງານຂອງ ພະນັກງານ, ຄູ, ອາຈານ ນັກຮຽນຮູ້ປັນຍາຊົນ, ນັກສຶກສາ ຊຶ່ງເປັນກຳລັງແຮງອັນສຳຄັນຂອງຊາດໄດ້ຮັບຮູ້, ເຂົ້າໃຈລະບຽບ, ກົດໝາຍທີ່ຈຳເປັນຢ່າງເລີກເຊີ່ງ, ຮູ້ຈັກປະຕິບັດສິດ ແລະ ພັນທະຂອງຕົນຢ່າງເຕັມສ່ວນ, ເປັນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂີ້ນໃນສັງຄົມ.

ຂ່າວໂດຍ: ພູໂຂງ ພົມມະວົງ; ປັບປຸງ: ປາວີຄຳ ເພັດທະລາກຸນ