Submitted by xaiyphimphone on

ໃນວັນທີ 27 ເມສາ 2022 ຜ່ານມານີ້ຢູ່ທີ່ສະໂມສອນປົກຄອງເມືອງ ກາສີ ໄດ້ຈັດພິທີປິດການຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບຳລຸງໄລຍະສັ້ນ 45 ວັນ ຊຸດທີ III ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຳໄພ ໂສລັດຕະນະວົງ ຮອງເລຂາພັກເມືອງ, ທ່ານ ຄຳພັນ ຊະນະໄພ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ, ມີບັນດາແຂກຖືກເຊີນ, ຄູ-ອາຈານ ຫົວໜ້າຫ້ອງການຍຸຕິທຳເມືອງ ແລະ ພະນັກງານວິຊາການ, ຕະຫຼອດຮອດນັກຝຶກອົບຮົມ ເຂົ້າຮ່ວມທັງໝົດ 75 ທ່ານ ຍິງ 38 ທ່ານ.

ໃນພິທີທ່ານ ຄຳຫຼ້າ ແກ້ວພົມມາ ຮັກສາການຫົວໜ້າຫ້ອງການຍຸຕິທໍາເມືອງ, ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນສຳເລັດຂອງ ການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III ກໍຄື ວຽກງານໜຶ່ງ ຊຶ່ງມີພາລະບົດບາດສຳຄັນຢ່າງຍິ່ງໃນການສ້າງບຸກຄະລາກອນກົດໝາຍໃຫ້ແກ່ຮາກຖານບ້ານ ໃຫ້ມີຄວາມສາມາດນຳພາຄຸ້ມຄອງບໍລິຫານບ້ານດ້ວຍຄວາມເຂັ້ມແຂງ, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາໃນສັງຄົມເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III ເຊິ່ງໄດ້ເລີ່ມເປີດແຕ່ວັນທີ 14 ກຸມພາ 2022 ເປັນຕົ້ນມາ ໂດຍສະເພາະຫຼັກສູດການຝຶກອົບຮົມ ແມ່ນມີ 4 ພາກວິຊາຮຽນ; ມີທັງໝົດ 34 ວິຊາ; ມີ 22,5 ໜ່ວຍກິດ; ມີ 360 ຊົ່ວໂມງຮຽນ, ມີນັກຝຶກອົບຮົມທັງໝົດ 36 ທ່ານ, ຍິງ 06 ທ່ານ, ມາຈາກຮາກຖານບ້ານພາຍໃນກຸ່ມພູຄຳ ຈຳນວນ 31 ທ່ານ, ຍິງ 06 ທ່ານ, ຈາກກຳລັງປ້ອງກັນຊາດ 05 ທ່ານ ໃນນັ້ນຄູ - ອາຈານ ມາຈາກຫ້ອງການອ້ອມຂ້າງພາຍໃນເມືອງ ກາສີ ທັງໝົດ 26 ທ່ານ ຍິງ 05 ທ່ານເລີ່ມຝຶກອົບຮົມແຕ່ 14 ກຸມພາ 2022 - 12 ເມສາ 2022.
ໃນພິທີ, ທ່ານ ຄຳພັນ ຊະນະໄພ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ກໍ່ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ທ່ານ ອຳໄພ ໂສລັດຕະນະວົງ ຮອງເລຂາພັກເມືອງໃຫ້ກຽດຂື້ນມອບໃບຍ້ອງຍໍໃຫ້ຄູ-ອາຈານ ແລະ ຜູ້ສຳເລັດການຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ III ຢ່າງສົມກຽດ .
ໃນຕອນທ້າຍພິທີ ທ່ານປະທານກໍໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໃຫ້ຜູ້ສຳເລັດການຮຽນກົດໝາຍຄັ້ງນີ້ ຈົ່ງໄດ້ນຳເອົາຄວາມຮູ້ບົດຮຽນໄປໃຊ້ໃນບ້ານຂອງຕົນ ເປັນຕົ້ນ ການສ້າງບ້ານ ໃຫ້ເປັນແບບຢ່າງປະຕິບັດກົດໝາຍໃຫ້ມີປະສິດທິຜົນ.
ປະເພດຂ່າວ: