Submitted by buakhao on

ເພຶ່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊູມໃຫຍ່ອົງຄະນະພັກແຂວງ ວຽງຈັນ ຄັ້ງທີ VI ໃຫ້ມີບັນຍາກາດຟົດຟຶ້ນ ແລະ ມີຄວາມໝາຍເລີກເຊີ່ງ ໃນຕອນແລງວັນທີ 16 ພະຈິກ 2020 ຜ່ານມານີ້ ຢູ່ທີ່ເດີນກິລາເປຕັງ ພະແນກຍຸຕິທຳແຂວງ ວຽງຈັນ ໄດ້ຈັດການແຂ່ງຂັນກິລາເປຕັງ ຊິງຂັນຂອງທ່ານຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ຜ່ານການແຂ່ງຂັນ ແມ່ນທີມນັກຝຶກອົບຮົມ ໜ່ວຍ 3 ສາມາດຄອງຂັນຊະນະເລີດ, ຮອງຊະນະເລີດແມ່ນທີມນັກຝຶກອົບຮົມໜ່ວຍ 4 ແລະ ອັນດັບ 3 ຮ່ວມແມ່ນທີມນັກຝຶກອົບຮ່ວມ ໜ່ວຍ 1 ແລະ ທີມຄະນະຮັບຜິດຊອບຝຶກອົບຮົມ ໃຫ້ກຽດມອບຂັນລາງວັນຊະນະເລີດໂດຍ ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ, ໃຫ້ກຽດມອບລາງວັນຮອງຊະນະເລີດແມ່ນທ່ານ ຄຳພັນ ຊະນະໄພ ຮອງຫົວໜ້າພະແນກ ຍຸຕິທຳແຂວງ ແລະ ທ່ານ ນາງຈັນສອນ ກົງດາລາ ຮອງຫົວໜ້າພະແນກຍຸຕິທຳແຂວງ ວຽງຈັນ ໃນພິທີດັ່ງກ່າວຍັງໄດ້ມີການມອບເງີນສົມທົບຈາກນັກຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ລຸ້ນທີ X ເພຶ່ອສົມທົບປັບປຸງຫ້ອງນໍ້າຂອງຫ້ອງຮຽນ ຈຳນວນ 2 ລ້ານກີບ ແລະ ມອບເຄຶ່ອງສຽງ ຈຳນວນ1 ຊຸດ ມູນຄ່າ 2 ລ້ານ ກ່ວາກີບ ຈາກນັກຝຶກອົບຮົມທີ່ມາຈາກຫ້ອງການພະລັງງານ-ບໍ່ແຮ່ເມືອງ ວັງວຽງ, ເມືອງ ກາສີ ແລະ ເມືອງໝຶ່ນ ເພຶ່ອນຳໃຊ້ເຂົ້າໃນການຮຽນ-ການສອນ.
ຂຽນຂ່າວ-ຖ່າຍພາບ: ພະແນກຍຸຕິທຳແຂວງ ວຽງຈັນ