ພະແນກຍຸຕິທຳ ແຂວງ ອັດຕະປື ສ້າງຂະບວນການ ອອກແຮງງານ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ

    ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2019 ສະມາຊິກແມ່ຍິງ, ຊາວໜຸ່ມ ແລະ ກຳມະບານພະແນກຍຸຕິທຳແຂວງ ອັດຕະປື ໄດ້ປະກອບສ່ວນທາງດ້ານເຫື່ອແຮງເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ (20 ກໍລະກົດ 1955-20 ກໍລະກົດ 2019) ຈຸດປະສົງໃນການສ້າງຂະບວນການຄັ້ງນີ້ ກໍເປັນການສະແດງເຖິງຄວາມເຄົາລົບ, ຮັກແພງ ແລະ ເສີມຂະຫຍາຍມູນເຊື້ອອັນໂດດເດັ່ນ, ອົງອາດ, ກ້າຫານຂອງແມ່ຍິງລາວທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນຢູ່ແຂວງ ອັດຕະປື. ອີກຢ່າງໜຶ່ງ ແມ່ນເປັນການປູກຈິດສຳນຶກໃຫ້ອະນຸຊົນ, ເຍົາວະຊົນຮຸ່ນຫຼັງ ຫຼື ຮຸ່ນສືບທອດໄດ້ຮັບຮູ້ ເຂົ້າໃຈເຖິງວິລະກຳອັນດີງາມຂອງແມ່ຍິງລາວ ເຊິ່ງເວລາໃດແມ່ຍິງລາວກໍໄດ້ຄຽງບ່າຄຽງໄລ່ກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ. ການສ້າງຂະບວນການໃນມື້ນີ້ແມ່ນພາຍໃຕ້ການນຳພາຂອງທ່ານ ຄຳຫຼ້າ ແກ້ວວັນສອນ ຮັກສາການແທນຫົວໜ້າພະແນກຍຸຕິທຳ ໄດ້ນຳພາສະມາຊິກອົງການຈັດຕັ້ງມະຫາຊົນຂອງຕົນ ສ້າງຂະບວນການອະນາໄມສຳນັກງານສະຖານທີ່ເຮັດວຽກ ແລະ ອອກແຮງງານຢູ່ພາຍໃນບໍລິເວນຂອບເຂດຮົ້ວພະແນກຍຸຕິທຳ ເຊິ່ງສະມາຊິກທຸກໆຄົນຕ່າງກໍໄດ້ກະກຽມອຸປະກອນຮັບໃຊ້ທີ່ຈຳເປັນເຊັ່ນ: ຟອຍປັດຂີ້ເຫຍື້ອ, ແນວຕັກຂີ້ເຫຍື້ອ, ຖົງຢາງດຳ, ຈັກຕັດຫຍ້າ, ຈົກ, ຊວ້ານ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ພາກັນພູນດິນໜານດອກໄມ້ທີ່ຕັ້ງຢູ່ທາງເຂົ້າສຳນັກງານໃຫ້ມີຄວາມສະອາດຈົບງາມ.

                                                                 

  ພາບ ແລະ ຂ່າວໂດຍ: ໂພທະສິນ ສະເຫຼີມສັກ