ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ.

ໃນຕອນເຊົ້າ ວັນທີ 04 ກັນຍາ 2019 ທີ່ຜ່ານມາ, ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ໄດ້ຈັດພິທີເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນຂື້ນ, ຢູ່ທີ່ບ້ານ ລ້ອງແຈ້ງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ແຮ ວົງສຸຫວັດ ເຈົ້າເມືອງ ລ້ອງແຈ້ງ ແລະ ທ່ານ ອຸດອນ ສິງດາລາ ຫົວໜ້າພະແນກຍຸຕິທຳແຂວງ ໄຊສົມບູນ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 07 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ໄຊຍະວົງ ຢົ້ວເຢັ່ງວື່ ຫົວໜ້າຫ້ອງການຍຸຕິທຳເມືອງ ລ້ອງແຈ້ງ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ລ້ອງແຈ້ງ ສະບັບເລກທີ 258/ຈມ.ລຈ, ລົງວັນທີ 27 ສິງຫາ 2019 ວ່າດ້ວຍການອະນຸມັດໃຫ້ເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ແລະ ຜ່ານແຜນຂອງການຮຽນ-ການສອນ ຊື່ງເອກະສານທີ່ນຳມາສິດສອນ ປະກອບມີ 42 ວິຊາ, ມີ 22 ໜ່ວຍກິດ ແລະ ມີ 350 ຊົ່ວໂມງຮຽນ, ມີນັກຝຶກອົບຮົມທັງໝົດ 51 ທ່ານ, ຍິງ 7 ທ່ານມາຈາກຫ້ອງການ ແລະ ບັນດາເມືອງ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ່ 9 ກັນຍາ 2019.
ຕອນທ້າຍ ທ່ານ ແຮ ວົງສຸຫວັດ ເຈົ້າເມືອງ ລ້ອງແຈ້ງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຄູ-ອາຈານ ຈົ່ງເອົາໃຈໃສ່ຖ່າຍທອດຄວາມຮູ້ ໃຫ້ຜູ່້ເຂົ້າຮ່ວມຝຶກອົບຮົມດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ນັກຝຶກອົບຮົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດຮຽນທີ່ນຳມາສິດສອນໃນຄັ້ງນີ້. ນອກຈາກນັ້ນ ,ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກຝຶກອົບຮົມຈົ່ງຕັ້ງໃຈຍາດແຍ່ງເອົາຄວາມຮູ້ຈາກບັນດາຄູ-ອາຈານ ດ້ວຍຄວາມເອົາໃຈໃສ່, ຕັ້ງໃຈ ແລະ ຫ້າວຫັນໃນການແລກປ່ຽນຖາມ-ຕອບ ບົດຮຽນເພື່ອໃຫ້ຈະແຈ້ງ ແລະ ຊັດເຈນ, ສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິພາບສູງຂຶ້ນ.

ຂຽນຂ່າວ-ຖ່າຍພາບໂດຍ: ທ້າວ ທອງເຫຼົາ ອີນທະວົງ