Submitted by buakhao on

ໃນຕອນບ່າຍຂອງວັນທີ 1 ຕຸລາ 2020 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ໄຊສົມບູນ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຊຶ່ງນໍາພາໂດຍ ທ່ານ ລືຢ່າງ ຫວັງເຢັງ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.
ຈຸດປະສົງ ແມ່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໄຊສົມບູນ ຄັ້ງທີ I ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້ ພ້ອມດຽວກັນນັ້ນ ກໍເປັນການປະຕິບັດຕາມແຈ້ງການຂອງຫ້ອງວ່າການປົກຄອງເມືອງ ອະນຸວົງ ສະບັບເລກທີ 891/ຫວມ.ອວ, ລົງວັນທີ 30 ກັນຍາ 2020 ແລະ ແຈ້ງການ ຂອງຄະນະບໍລິຫານງານຊາວໝຸ່ມແຂວງ ສະບັບເລກທີ 474/ຄຊປປລ.ຊບ, ລົງວັນທີ 30 ກັນຍາ 2020 ວ່າດ້ວຍການສ້າງຂະບວນການອອກແຮງງານ.
ທ່ານ ລືຢ່າງ ຫວັງເຢັງ ໄດ້ນໍາພາອ້າຍນ້ອງພະນັກງານ ຕັດຫຍ້າ, ຖາງປ່າບ່ອນທີ່ຮົກເຮື້ອ, ເກັບກະໂປະ, ກະປ໋ອງ, ຖົງຢາງ, ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕ່າງໆ ຕາມແຄມທາງໃຫຍ່ຂອງເມືອງ ອະນຸວົງ, ອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ບໍລິເວນເດີ່ນສໍານັກງານຫ້ອງວ່າການປົກຄອງເມືອງ ອະນຸວົງ ເພື່ອເຮັດໃຫ້ເສັ້ນທາງ ແລະ ສໍານັກງານອົງການມີຄວາມສະອາດງາມຕາ.
ພາບ-ຂ່າວ: ພະແນກຍຸຕິທໍາແຂວງ ໄຊສົມບູນ