ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງດຳລັດວ່າດ້ວຍການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດ

          ໃນວັນທີ 12 ເມສາ 2022 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງດຳລັດວ່າດ້ວຍການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດຂຶ້ນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາ ກະຊວງ, ອົງການ, ພະແນກການທີ່ກ່ຽວຂ້ອງອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ຄະນະຮັບຜິດຊອບສ້າງຮ່າງດຳລັດ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 7 ທ່ານ.

ກອງປະຊຸມທາບທາມຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍ ການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດ

          ໃນວັນທີ 21-22 ມີນາ 2022 ຢູ່ ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ (ຮ່າງ) ດຳລັດວ່າດ້ວຍ ການເຕົ້າໂຮມຊັບສິນທີ່ສານຕັນສີນຮິບເປັນຂອງລັດ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສຸລິຍາ ສີດາວົງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ, ແຂວງ ຫົວພັນ, ແຂວງ ວຽງຈັນ, ແຂວງ ໄຊສົມບູນ, ແຂວງ ອຸດົມໄຊ, ແຂວງ ຜົ້ງສາລີ, ແຂວງ ບໍ່ແກ້ວ, ແຂວງ ຫຼວງນ້ຳທາ, ແຂວງ ໄຊຍະບູລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງດຳລັດ ເຂົ້າຮ່ວມທັງໝົດຈຳນວນ 75 ທ່ານ, ຍິງ 9 ທ່ານ.

ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍຄ່າທຳນຽມການນຳໃຊ້ທີ່ດິນ

          ໃນວັນທີ 14 ກັນຍາ 2021 ຜ່ານມາ ຢູ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍຄ່າທຳນຽມການນຳໃຊ້ທີ່ດິນ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ; ມີຜູ້ຕາງໜ້າຈາກ ກະຊວງຍຸຕິທຳ, ກະຊວງການເງິນ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງລັດຖະບັນຍັດວ່າດ້ວຍຄ່າທຳນຽມການນຳໃຊ້ທີ່ດິນ ເຂົ້າຮ່ວມ.

ສອງ ກະຊວງປຶກສາຫາລື ຄວາມສອດຄ່ອງທາງດ້ານກົດໝາຍຂອງ (ຮ່າງ) ດຳລັດວ່າດ້ວຍການຂ້າທຳລາຍສັດ ແລະ ຄ່າຊົດເຊີຍ

          ຕອນເຊົ້າວັນທີ 9 ກັນຍາ 2021 ທີ່ຜ່ານມາ ກະຊວງຍຸຕິທຳ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດວ່າດ້ວຍການຂ້າທຳລາຍສັດ ແລະ ການຊົດເຊີຍ ຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ມີ ທ່ານ ດຣ. ພຸດ ອິນທະວົງ ຮອງຫົວໜ້າກົມລ້ຽງສັດ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

ຄະນະກົມກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ

        ເພື່ອເຮັດໃຫ້ເນື້ອໃນຂອງ ຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ, ຮ່າງກົດໝາຍວ່າດ້ວຍການລົ້ມ ລະລາຍຂອງວິສາຫະກິດ (ສະບັບປັບປຸງ) ທີ່ຈະນໍາເຂົ້າສູ່ການພິຈາລະນາໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ນັ້ນ ມີເນື້ອໃນທີ່ຖືກຕ້ອງ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ  ຂອງ ສປປ ລາວ ທັງສາມາດຈັດຕັ້ງປະຕິບັດໄດ້ ພາຍຫຼັງການຮັບຮອງ ແລະ ປະກາດໃຊ້ ພ້ອມທັງ ເປັນການກະກຽມຂໍ້ມູນ ດ້ານເຕັກນິກ ແລະ ວິຊາການ ກ່ຽວກັບການສ້າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ສໍາລັບການປັບປຸງກົດໝາຍວ່າດ້ວຍ ການສ້າງນິຕິກໍາ ນັ້ນ ຄະນະຜູ້ແທນ ຂອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວປຶກສາຫາລື ແລກປ່ຽນບົດຮຽນ ກັບບັນດາກົມວິ

ໜ່ວຍຊາວໜຸ່ມກົມກົດໝາຍສະຫຼຸບຜົນງານ 5 ປີ ແລະ ວາງທິດທາງແຜນການໃນຕໍ່ໜ້າ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມກົດໝາຍກະຊວງຍຸຕິທໍາໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 1 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ ໃຫ້ກຽດ ແລະ ເປັນປະທານຮ່ວມຂອງ ສະຫາຍ ແສງສະຫວັນ ໄຊຍະກອນ ເລຂາໜ່ວຍຊາວໜຸ່ມກົມກົດໝາຍ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ເລຂາໜ່ວຍພັກກົມກົດໝາຍ ແລະ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີສະມາຊິກຊາວໜຸ່ມກົມກົດໝາຍ, ຜູ້ຕາງໜ້າໜ່ວຍຊາວໜຸ່ມຂອງຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ອົງການຈັດຕັ້ງແມ່ຍິງ ແລະ ກໍາມະບານເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 7 ສະຫາຍ.

ກອງປະຊຸມຝຶກອົບຮົມກ່ຽວກັບການຂຽນບົດປະເມີນຜົນກະທົບຂອງຮ່າງນິຕິກຳ

     ຢູ່ທີ່ກະຊວງຍຸຕິທຳ, ກົມກົດໝາຍ ໄດ້ຈັດກອງ​ປະຊຸ​ມ​​ໃຫ້​ຄຳ​ເຫັນ​ແນະນຳກ່ຽວ​ກັບ​ການ​ຂຽນ​ບົດ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ ​ໃຫ້​ແກ່ຄະນະ​ຮັບຜິດຊອບ​ສ້າງ ແລະ ປັບປຸງ​ນິຕິ​ກຳ​ຂອງກະ ຊວງ​ຍຸ​ຕິ​ທຳຂຶ້ນ ໃນວັນທີ 27 ມິຖຸນາ 2017 ໂດຍການເປັນປະທານ ຂອງ ທ່ານ ອິນທະ​ປັນຍາ ຂຽວ​ວົງ​ພະ​ຈັນ ຫົວໜ້າ​ກກົມ​ກົດໝາຍ ກະ​ຊວງຍຸ​ຕິ​ທຳ ​ພ້ອມດ້ວຍພະນັກງານ​ ກົມ​ກົດໝາຍ (ສູນ​ປະ​ເມີນຜົນ​ກະທົບ​ຂອງ​ຮ່າງ​ນິຕິ​ກຳ)  ກະຊວງຍຸຕິທຳ ​ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 20 ທ່ານ.

ກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດວ່າດ້ວຍລະບົບຊຳລະແຫ່ງຊາດ

     ໃນ​​ວັນ​ທີ 29-30 ມິຖຸນາ 2017 ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດ​ວ່າ​ດ້ວຍລະບົບຊຳລະແຫ່ງຊາດ ໂດຍການ​​ເປັນ​ປະທາ​ນຂອງ ທ່ານ ສຈ ​ເກດ ​ກຽດຕິ​ສັກ ຮອງ​ລັດຖະມົນ​ຕີ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ ​ແລະ ລັດຖະກອນວິຊາການ ຂອງກົມກົດໝາຍ ກະຊວງຍຸທຳ  ມີຜູ້ຕາງໜ້າຈາກກົມກົດໝາຍສະພາ​ແຫ່ງຊາດ ແລະ ກົມກົດໝາຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມ​ຄະນະຮັບຜິດຊອບຮ່າງດຳລັດສະບັບດັ່ງກ່າວ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 16 ທ່ານ.

ຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ

     ໃນ​ວັນ​ທີ 20-21 ມິຖຸນາ 2017 ຢູ່ທີ່ ທ່າ​ລາດ, ແຂວງວຽງຈັນ ກະຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງງານ ການສ້າງນິຕິກຳ ແລະ ການປະເມີນຜົນກະທົບຂອງຮ່າງນິຕິກໍາ ໃຫ້ແກ່ ພະນັກງານ-ລັດຖະກອນ ຫຼັກ​ແຫຼ່ງຂອງ​ກະຊວງ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ ໂດຍການເຂົ້າຮ່ວມ ແລະ ບັນລະຍາຍຂອງ ທ່ານ ຫົວໜ້າກົມກົດໝາຍ ພ້ອມດ້ວຍລັດຖະກອນວິຊາການ ກະຊວງຍຸຕິທຳ, ມີນັກສຳມະ ນາກອນ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມທັງໝົດ 25 ທ່ານ.

Pages