ຝຶກອົບຮົມວຽກງານປະຕັັບດຄຳຕັດສີນຂອງສານ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
Submitted by xaiyphimphone on
Submitted by xaiyphimphone on
Submitted by wickyboubphalyvanh on
ໜ່ວຍພັກກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງຕົນຂື້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງສະຫາຍ ກອງສີ ສາຍສຸດທາ ເລຂາໜ່ວຍພັກກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ນາງ ພູເງິນ ປະເສີດ ຄະນະໜ່ວຍພັກ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ອົງການຈັດຕັ້ງມະຫາຊົນ, ພະນັກງານສະມາຊິກພັກ ພາຍໃນກົມຄຸ້ມຄອງການການຈັດຕັ້ງປະຕິບັດ
Submitted by wickyboubphalyvanh on
ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 12 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ພິມມະສອນ ຈັນທະຈິດ ເລຂາໜ່ວຍຊາວໜຸ່ມກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ , ມີສະຫາຍ ກອງສີ ສາຍສຸດທາ ເລຂາໜ່ວຍພັກ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ສະຫາຍ ຄໍາເສີດ ວິລະພັນ ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທໍາ, ມີຜູ້ຕາງໜ້າຈາກໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ປະທານສະຫະພັນກຳມະບານ ແລະ ປະ
Submitted by xaiyphimphone on
ເພື່ອເຮັດໃຫ້ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ຮັບການປັບປຸງໃຫ້ ແທດເໝາະກັບສະພາບຕົວຈິງຂອງສັງຄົມ ໃນແຕ່ລະລະຍະ ໃນວັນທີ່ 28 ມິຖຸນາ 2017 ທີ່ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມທາບທາມຄຳເຫັນກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານຂື້ນ, ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ, ຮອງຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຫົວໜ້າຫ້ອງການປະຕິບັດຄຳຕັດສີນຂອງສານນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຕະຫຼອດຮອດພະນັກງານປະຕິບ
Submitted by Chanthavisouk on
ໃນຕອນເຊົ້າຂອງວັນທີ 24 ກຸມພາ 2017 ຢູ່ທີ່ພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະໂອ້ລົມ ແລະ ແລກປຽ່ນບົດຮຽນດ້ານວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານກັບພະນັກງານຫ້ອງ ການ ແລະ ໜວ່ຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານແຕ່ລະເມືອງ ທົ່ວນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ທັງເປັນຜູ້ຊີ້ນຳວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ມີຄະນະນຳຂອງກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ໜວ່ຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານຂອງເ
Submitted by author06 on
ວັນທີ 17 ກຸມພາ 2017 ທີ່ເດີ່ນເຕະບານສູນການຄ້າລາວໄອເຕັກ, ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ສ້າງຂະບວນການບານເຕະມິດຕະພາບ ກັບກົມສົ່ງເສີມລະບົບຍຸຕິທຳ. ຈຸດປະສົງ ເພື່ອເປັນການຮັດ ແໜ້ນຄວາມສາມັກຄີພາຍໃນ ລະຫວ່າງ ສອງກົມ.
ນໍາພາການແຂ່ງຂັນໃນຄັ້ງນີ້ ແມ່ນ ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ, ຝ່າຍກົມສົ່ງເສີມລະບົບຍຸຕິທຳ ນໍາພາໂດຍ ທ່ານ ປອ. ຈອມຄຳ ບຸບຜາລີວັນ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ອ້າຍ, ເອື້ອຍ, ນ້ອງ ທັງສອງ ຝ່າຍເຂົ້າຮ່ວມຢ່າງເປັນຂະບວນ.
Submitted by author06 on
ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 529/ກຍ, ລົງວັນທີ 14 ມີຖຸນາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ. ຄະນະດັ່ງກ່າວໄດ້ເປີດກອງປະຊຸມຂຶ້ນໃນລະ ຫວ່າງວັນທີ 14 ຫາ 16 ທັນວາ 2016 ຢູ່ທີ່ໂຮງແຮມ ວັນຊະນະ, ເມືອວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ.
Submitted by author06 on
ໃນລະຫວ່າງວັນທີ 25 ຕຸລາ ຫາ ວັນທີ 5 ພະຈິກ 2016 ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 529/ກຍ, ລົງວັນທີ 14 ມິຖຸນາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັດຜິດຊອບປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນ ຂອງສານ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຊຶ່ງນໍາໂດຍທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ລົງເຮັດວຽກຢູ່ ຫົກແຂວງ ຄື: ແຂວງຫຼວງ ພະບາງ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ, ຂວງຈໍາປາສັກ ແລະ ແຂວງສາລະວັນ.
Submitted by xaiyphimphone on
ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມວຽກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານທົ່ວປະເທດ ປະຈຳປີ 2016 ຂຶ້ນໃນລະຫວ່າງວັນທີ່ 11-12 ຕຸລາ 2016 ທີ່ໂຮງແຮມນະຄອນສັກ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກຍຸຕິທຳແຂວງທົ່ວປະເທດ ແລະ ແຂກຖືກເຊີນຈາກກະຊວງທີ່ກຽ່ວຂ້ອງ ພ້ອມດ້ວຍພະນັກງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເຂົ້າຮວ່ມທັງໝົດ 150 ທ່ານ.
Submitted by author06 on
ໃນວັນທີ 23 ກັນຍາ 2016 ຜ່ານມາ ກົມກວດກາ ກະຊວງຍຸຕິທໍາ ແລະ ກົມຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ໄດ້ລົງມາເຮັດວຽກຢູ່ທີ່ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ. ການລົງມາເຮັດວຽກໃນຄັ້ງນີ້ນໍາພາໂດຍ ທ່ານ ບຸນເມກ ບັນນາວົງ, ຄະນະປະຈໍາຄະນະບໍລິຫານງານພັກ, ປະທານກວດກາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ, ອົງການກວດກາລັດຖະບານ.