ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກົມທະບຽນສານ ຍ້ອງຍໍຜົນງານປະຈຳປີ 2020

          ໂດຍປະຕິບັດຕາມ ຂໍ້ຕົກລົງສະບັບເລກທີ 493/ກຍ, ລົງວັນທີ 29 ເມສາ 2021 ຂອງລັດຖະມົນຕີກະຊວງຍຸຕິທຳ, ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍ ຜົນງານປະຈຳປີ 2020.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານ ກົມທະບຽນສານ

ໃນຕອນບ່າຍຂອງວັນທີ 17 ມັງກອນ 2020 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ ກຳມະບານຮາກຖານ ກົມທະບຽນສານ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງຕົນຂຶ້ນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳເພັດ ອຸ່ນເຮືອນ ຮອງປະທານກຳມະບານກະຊວງຍຸຕິທຳ, ສະຫາຍ ໄທ ລໍເບຼັຍຢາວ ເລຂາໜ່ວຍພັກກົມທະບຽນສານ ແລະ ສະຫາຍ ນຽມ ສຸພັນຄ້ໍາມະວົງ ປະທານກຳມະບານຮາກຖານ ກົມທະບຽນສານ, ຜູ້ຕາງໜ້າກຳມະບານຮາກຖານຂອງຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ສະມາຊິກກໍາມະບານພາຍໃນກົມທະບຽນສານ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 8 ສະຫາຍ.

ຫົວໜ້າກົມທະບຽນສານ ລົງຊຸກຍູ້ວຽກງານຢູ່ ແຂວງ ໄຊຍະບູລີ

ໃນລະຫວ່າງວັນທີ 10-11 ທັນວາ 2019 ທ່ານ ໄທ ລໍ່ເບ່ຼຍຢ່າວ ຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານທະບຽນສານ ຢູ່ພະແນກຍຸຕິທໍາແຂວງ ແລະ ບັນດາເມືອງ ທີ່ຂຶ້ນກັບແຂວງ ໄຊຍະບູລີ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມທະບຽນສານ

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມທະບຽນສານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຍຸຕິທຳ, ໂດຍການເປັນປະທານຂອງ ສະຫາຍ ໄທ ລໍເບຼັຍຢາວ ເລຂາໜ່ວຍພັກ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ໄຊສີ ສັນຕິວົງ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ, ແລະ ສະຫາຍ ສະເຫຼີມໄຊ ໄຊຍະມົນຕີ ຮອງເລຂາໜ່ວຍພັກ ປະທານກວດກາພັກ, ມີບັນດາເລຂາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມທະບຽນສານເຂົ້າຮ່ວມຢ່າງພ້ອມພຽງ.

ກົມທະບຽນສານສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່

ຕອນບ່າຍຂອງວັນທີ 15 ສິງຫາ 2019 ທີ່ຜ່ານມາ ຢູ່ທີ່ເດີ່ນກິລາເປຕັງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກົມທະບຽນສານກະຊວງຍຸຕິທໍາ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງມິດຕະພາບຮ່ວມກັບກົມກວດກາ, ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ກົມທະບຽນສານ ກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານຢູ່ ເມືອງໄຊເສດຖາ

     ​ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​​ຢ່າງເລິກ​ເຊິ່ງໃຫ້​ແກ່​ຄະນະ​ພັ​ກ, ຄະນະ​ນຳ, ພະນັກງານ-ລັດຖະກອນ, ອົງການ​ປົກຄອງ​ບ້ານ ຕະຫຼອດຮອດ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ ​ເມືອງ​ໄຊ​ເສດ​ຖາ ​ໃຫ້​ມີ​ຄວາມຮັບ​ຮູ້​ເຂົ້າ​ໃຈ ​ແລະ ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ທະບຽນສານ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ວຽກງານ​ທະບຽນສານ ໃນຕໍ່ໜ້າ​ໃຫ້​ມີ​ຄວາມ​ເຂັ້ມ​ງວດ, ​​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ທັນວາ 2017 ທີ່​ຜ່ານ​ມາ ຫ້ອງການ​ຍຸຕິ​ທຳ​ເມ​ືອງ​ໄຊ​​ເສດ​ຖາ​​ສົມທົບ​ກັບ​ຄະນະ​ພັກ, ຄະນະ​ນຳ​ເມືອງ​ໄຊ​ເສດ​ຖາ ​ໄດ້ຈັດ​ຕັ້ງ​ເຜີຍ​ແຜ່​ກົດໝາຍວ່າ​ ດ້ວຍ​ທະບຽນສານ ​ແລະ ຄຳ​ສັ່ງ​ເລກທີ 10/ນຍ, ລົງ​ວັນ​ທີ 01 ​ເມສາ 2016 ວ່າ​ດ້ວຍ​ການ

ກອງ​ປະ​ຊຸມ​ຜ່ານ​ຮ່າງ​ຂໍ້​ຕົກ​ລົງ ວ່າ​ດ້​ວຍ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ

     ກອງ​ປະ​ຊຸມ​ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າ​ດ້​ວຍ ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ໄດ້ໄຂ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 8 ພຶດ​ສ​ະ​ພາ 2017 ທີ່​ຫ້ອງ​ປະ​ຊຸມ​ຊັ້ນຂອງກະ​ຊວງ​ຍຸ​ຕິ​ທຳ ​ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕິ​ທຳ ຜູ້​ຊີ້​ນຳ​ກົມ​ທະ​ບຽນ​ສານ​ ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 15 ທ່ານ, ຍິງ 6 ຄົນ.

ທ່ານຮອງລັດຖະມົນຕີ ພົບປະໂອ້ລົມພະນັກງານ ກົມທະບຽນສານ

     ຕອນ​ບ່າຍ​ຂອງ​ວັນ​ທີ 16 ມັງກອນ 2017 ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ​​ໄດ້​ໃຫ້ການ​ໂອ້​ລົມ ​ແລະ ຊີ້​ນໍາ​ພະນັກງານກ​ົມທະບຽນ​ສານ ຊຶ່ງ​​ໃນ​ໂອກາດ​ດັ່ງກ່າວ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າ​ກົມ​ທະບຽນ​ສານ​ກໍ​ໄດ້​ລາຍ​ງານການ​​ເຄື່ອນ​ໄຫວປະຕິບັດວຽກ​ງານ​ທະບຽນ​ສານ ​ໃນ​ໄລຍະ 1 ປີຜ່ານມາ​ໃຫ້​ທ່ານ​ຊາບ.

ວຽກງານໂຄສະນາເຜີຍແຜ່ຄໍາສັ່ງຂອງນາຍົກ ຢູ່ແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ

ກົມທະບຽນສານ ໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ບໍ່​ແກ້ວ ​ແລະ ​ແຂວງ​ ຫຼວງ​ນໍ້າ​ທາ ເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ພົບ​ປະທ່ານ​ເຈົ້າເມືອງ ​ເພື່ອເກັບກໍາຂໍ້ມູນ​​ເປົ້າ​ໝາຍ​ໃນ​ການສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.

 

ການໂຄສະນາເຜີຍແຜ່ນິຕິກໍາ ແລະ ລົງເກັບກໍາຂໍ້ມູນເພື່ອສ້າງຕັ້ງໜ່ວຍງານທະບຽນສານຢູ່ທີ່ ແຂວງ ໄຊຍະບູລີ

    ໃນລະຫວ່າງວັນທີ 24 ກໍລະກົດ ຫາ 4 ສິງຫາ 2016 ຜ່ານມານີ້ ກົມທະບຽນສານ ໄດ້ລົງໄປເຄື່ອນໄຫວວຽກງານຢູ່ ແຂວງ ໄຊຍະບູລີ ໂດຍການນໍາພາຄະນະຂອງ ທ່ານ ປທ ນຽມ ສຸພັນຄໍ້າມະວົງ ຮອງຫົວໜ້າກົມທະບຽນສານ ກະຊວງຍຸຕິທໍາ ພ້ອມດ້ວຍພະນັກງານວິຊາການ 2 ທ່ານ. ຈຸດປະສົງການລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ຄະນະນໍາຂອງແຕ່ລະເມືອງ ​ເພື່ອເກັບກໍາຂໍ້ມູນ​ສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.