ກົມສົ່ງເສີມລະບົບຍຸຕິທຳ ເປີດຊຸດຝຶກກອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃຫ້ຄູຝຶກທີ່ມາຈາກ 3 ແຂວງພາກເໜຶອ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນວັນທີ 18 ທັນວາ 2020 ຢູ່ທີ່ສູນ ICTC, ນະຄອນຫຼວງວຽງຈັນ ສະພາທະນາຄວາມ ໄດ້ເປີດກອງປະຊຸມໃຫຍ່ທະນາຍຄວາມ ທົ່ວປະເທດ ຄັ້ງທີ VIII ຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ; ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ. ມີບັນດາຄະນະບໍລິຫານງານສະພາທະນາຍຄວາມ, ສະມາຊິກທະນາຍຄວາມທົ່ວປະເທດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຈຳນວນ 239 ທ່ານ, ຍິງ 59 ທ່ານ.
Submitted by buakhao on
ໃນວັນທີ 20 ພະຈິກ 2020 ສະພາທະນາຍຄວາມລາວ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັ້ງ ຂຶ້ນຢູ່ທີ່ສະໜາມກິລາໃນຮົ່ມກົມໃຫຍ່ພາລາທິການກອງທັບ. ໂດຍມີ ທ່ານ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ, ກະຊວງຍຸຕິທຳ; ທ່ານ ສຸລິຍາ ສີດາວົງ ກຳມະການຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ; ທ່ານ ຄຳໃສ ສຸລິນທອງ ເລຂາໜ່ວຍພັກ, ປະທານສະພາທະນາຍຄວາມລາວ, ທ່ານ ວໍລັດສະໝີ ສຸລິປະພັນ ຮອງເລຂາໜ່ວຍພັກສະພາທະນາຍຄວາມລາວ ເຂົ້າຮ່ວມ.
Submitted by buakhao on
ກອງປະຊຸມໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2020 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໂດຍການເປັນປະທານຂອງທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ເຂົ້າຮ່ວມມີ ຫົວໜ້າກົມ-ຮອງຫົວໜ້າ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານວິຊາການກົດໝາຍ ຕາງໜ້າຈາກບັນດາກົມພາຍໃນກະຊວງຍຸຕິທຳ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມທັງໝົດຈຳນວນ 31 ທ່ານ, ຍິງ 17 ທ່ານ.
Submitted by buakhao on
ໃນຕອນເຊົ້າຂອງວັນທີ 4 ພະຈິກ 2020 ຜ່ານມາ ທີ່ສະໂມສອນກະຊວງຍຸຕິທຳ ໄດ້ມີການຈັດພິທີຮັບສະມາຊິກສະພາທະນາຍຄວາມ ຊຸດທີ 16 ປະຈຳປີ 2020 ໂດຍການເປັນປະທານຮ່ວມຂອງທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ ແລະ ທ່ານ ວໍລັດສະໝີ ສິລິປະພັນ ຮອງປະທານສະພາທະນາຍຄວາມລາວ, ມີບັນດາທ່ານສະມາຊິກທະນາຄວາມ ແລະ ແຂກຖືກເຊີນເຂົ້າຮວ່ມທັງໝົດຈຳນວນ 70 ທ່ານ, ຍິງ 15 ທ່ານ.
Submitted by wickyboubphalyvanh on
ໃນລະຫວ່າງວັນ 09-12 ກໍລະກົດ 2019 ຜ່ານມານີ້ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຮ່ວມກັບອົງການຢູນິເຊັບ (UNICEF) ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ ຫົວໜ້າຄະນະລົງຕິດຕາມໃນຄັ້ງນີ້ແມ່ນ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ນະຄອນ.
Submitted by wickyboubphalyvanh on
ກົມສົ່ງເສີມລະບົບຍຸຕິທຳ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການມູນນິທິເອເຊຍປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມຄູຝຶກວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ໃນວັນທີ 17 ທັນວາ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ແລະ ທ່ານ ນາງ ວາດສະໜາ ສິນທະວົງ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 33 ທ່ານ, ຍິງ 6 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ ແລະ ບັນດາຫ້ອງການຍຸຕິທຳເມືອງ.
Submitted by wickyboubphalyvanh on
ໃນວັນທີ 4 ທັນວາ 2018 ກົມສົ່ງເສີມລະບົບຍຸຕິທໍາ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດສຳລັບເດັກ (ຢູນິເຊັບ) ໄດ້ເປີດຊຸດຝຶກອົບຮົມວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ແລະ ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 30 ທ່ານ, ຍິງ 5 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ, ຫ້ອ
Submitted by wickyboubphalyvanh on
ໂດຍອີງຕາມແຈ້ງການ ສະບັບເລກ 74/ກຍ.ຄຊປປລ, ລົງວັນທີ 08 ທັນວາ 2017 ວ່າດ້ວຍການປຸກລະດົມວັດຖຸປັດໄຈເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ສສ ຫວຽດນາມ ແລະ ຕ້ານໄພໜາວຢູ່ເຂດຫ່າງໄກສອກຫຼີກ ຢູ່ ສປປ ລາວ ແລະ ອີງຕາມແຈ້ງການກ່ຽວກັບ ການຮ່ວມປະກອບສ່ວນບໍລິຈາກເຄື່ອງນຸ່ງຫົ່ມ ແລະ ອຸປະກອນຮັບໃຊ້ ເພື່ອຊ່ວຍເຫຼືອສັງຄົມ.