ພະແນກຍຸຕິທຳນະຄອນຫຼວງວຽງຈັນ ເປີດຊຸດເຝິກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນຕອນບ່າຍຂອງວັນທີ 22 ກັນຍາ 2020 ທີ່ຜ່ານມາ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງ ໄຊທານີ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມພະນັກງານ-ລັດຖະກອນ ຢູ່ຫ້ອງການຍຸຕິທຳເມືອງ ໄຊທານີ ໂດຍການຕ້ອນຮັບຂອງທ່ານນາງ ຄຳໄຜ່ ໄຊຍະວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄຊທານີ ເຂົ້າຮ່ວມມີບັນດາພະນັກງານ-ລັດຖະກອນຂອງຫ້ອງການຍຸຕິທຳເມືອງເຂົ້າຮ່ວມຢ່າງພ້ອມພຽງ.
Submitted by buakhao on
ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 4 ກັນຍາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກຍຸຕິທຳນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພູທອນ ແກ້ວດວງມະນີ ວ່າການເລຂາຄະນະພັກຮາກຖານ, ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ອຸດອນ ໄຊມົນຕີ ຄະນະປະຈຳພັກນະຄອນຫຼວງວຽງຈັນ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີສະຫາຍ ນາງ ດຳດວນ ຈັນທະວົງ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ສະຫາຍ ບົວເກດ ພົມມະຈັນ ຮອງເລຂາຄະນະພັກຮາກຖານ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ, ສະຫາຍ ທອງສັນ ແກ້ວປະເສີດ ຄະນະພັກຮາກຖານ, ປະທານກວດກາພັກພະແນກຍ
Submitted by buakhao on
ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 11 ສິງຫາ 2020 ທີ່ສະໂມສອນເມືອງ ສັງທອງ ໂດຍການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ຮສ. ວົງແສງເດືອນ ປະຊາສຸກ ຫົວໜ້າພາກວິຊາ ຈິດຕະວິທະຍາ-ການສຶກສາ ມະຫາວິທະຍາໄລແຫ່ງຊາດ ມີ ຫົວໜ້າຫ້ອງການຍຸຕິທຳເມືອງ, ບັນດາຫ້ອງການອ້ອມຂ້າງເມືອງ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020 ຢູ່ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ຜູ້ເກົ່າ ແລະ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ຜູ້ໃໝ່ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ລາດຊະນີວົງ ອະມາຣະທິທາດາ ຄະນະປະຈຳພັກ, ປະທານອົງການກວດກາພັກ, ຫົວໜ້າພະແນກກວດກາລັດ ນະຄອນຫຼວງວຽງຈັນ.
Submitted by wickyboubphalyvanh on
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ທີ່ພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ປອ. ຈອມຄຳ ບຸບຜາລີວັນ ຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ເຂົ້າຮ່ວມມີບັນດາພະແນກການ, ຫ້ອງການຍຸຕິທຳເມືອງ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ກອງປະຊຸມສະຫຼຸບຜົນການລົງກໍ່ສ້າງຮາກຖານການເມືອງ ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນຢູ່ທີ່ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 10 ມັງກອນ 2020 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຫົວໜ້າ, ຮອງຫົວໜ້າພະແນກຍຸຕິທໍາ ແລະ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງການຍຸຕິທໍາ ແລະ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານເມືອງ ຕະຫຼອດຮອດພະນັກງານຈັດຕັ້ງປະຕິບັດຄໍາຕັດສີນ ພາຍໃນນະຄອນຫຼວງວຽງຈັນ ແລະ ພະນັກງານກະຊວງຍຸຕິທໍາ ທີ່ລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.
Submitted by wickyboubphalyvanh on
ໃນຕອນເຊົ້້າ ຂອງວັນທີ 18 ທັນວາ 2019 ຢູ່ທີ່ຫ້ອງການປົກຄອງບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອງຫຼວງວຽງຈັນ ໄດ້ຈັດພິທີປະກາດບ້ານແບບຢ່າງປະຕິບັດກົດໝາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ບົວເກດ ພົມມະຈັນ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ I, ສະມາຊິກສະພາປະຊາຊົນນະຄອນຫຼວງ, ຮອງຫົວໜ້າ ພະແນກຍຸຕິທຳນະຄອນຫຼວງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນເມກ ວິໄລແສງ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ສີສັດຕະນາກ, ມີຫົວໜ້າຫ້ອງການຍຸຕິທຳເມືອງ, ນາຍບ້ານ, ທີ່ປຶກສາບ້ານ, ສະຫະພັນແມ່ຍິງບ້ານ, ຊາວໜຸ່ມບ້ານ ແລະ ປະຊາຊົນທັງ
Submitted by wickyboubphalyvanh on
ກອງປະຊຸມໃຫຍ່ຄັ້ງທີ ll ຂອງໜ່ວຍພັກບໍລິຫານ-ຈັດຕັ້ງຂອງພະແນກຍຸຕິທໍານະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 01 ພະຈິກ 2019 ຢູ່ທີ່ພະແນກຍຸຕິທໍານະຄອນຫຼວງ ໂດຍການເປັນປະທານຂອງ ສະຫາຍ ບຸນເພັງ ສີນະວົງພອນ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານພະແນກຍຸຕິທໍາ ຫົວໜ້າພະແນກຍຸຕິທໍານະຄອນຫຼວງວຽງຈັນ, ສະຫາຍ ສີວຽງທອງ ສໍພາບມີໄຊ ຄະນະພັກຮາກຖານພະແນກຍຸຕິທໍາ, ຫົວໜ້າຂະແໜງຈັດຕັ້ງພະນັກງານ ແລະ ກວດກາ ແລະ ສະຫາຍ ທອງດໍາ ແສນສຸລິນທາ ຮອງເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ, ຮອງຫົວໜ້າຂະແໜງບໍລິຫານແຜນການ ແລະ ການເງິນພະແນກຍຸຕິທໍານະຄອນຫຼວງ ມີຜູ້ຕາງໜ້າຈາກໜ່ວຍພັກບັນດາຂະແໜງ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ແຂກຖ