ຫ້ອງການຍຸຕິທຳເມືອງ ງາ ແຂວງ ອຸດົມໄຊ ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ຫ້ວຍເຊີຍ
Submitted by xaiyphimphone on
ໃນວັນທີ 16 ພຶດສະພາ 2022 ທ່ານ ວຽງທອງ ໄຊຍະວົງ ຫົວໜ້າໜ່ວຍງານກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໃຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ຫວ້ຍເຊີຍ ເມືອງ ງາ ແຂວງ ອຸດົມໄຊ ເຂົ້າຮ່ວມມີທ່ານ ບົວເງິນ ໄຊພູວົງ ເລຂາພັກບ້ານ, ມີຄະນະບ້ານ, ພະນັກງານບຳນານ, ເຖົ່າແກ່ແນວໂຮມ, ປະຊາຊົນເຂົ້າຮ່ວມທັງໝົດ 120 ທ່ານ, ຍິງ 41 ທ່ານ.