ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຄະນະໄກ່ເກັ່ຍຂໍ້ຂັດແຍ່ງຂອງເມືອງ ພູກູດ ແຂວງ ຊຽງຂວາງ ໄດ້ຮັບການເຝິກອົບຮົມ.

        ໃນວັນທີ 24-26 ພຶດສະພາ 2022 ພະແນກຍຸຕິທຳແຂວງ ຊຽງຂວາງ ຮ່ວມກັບອົງການມິດຕະພາບເມັນໂນນ່າຍ ປະຈຳແຂວງ ຊຽງຂວາງ ໄດ້ເຄື່ອນໄຫວກິດຈະກຳ ຝຶກອົບຮົມວຽກງານໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານໃນການກະທຳຜິດຂອງເດັກຂຶ້ນ ຢູ່ 5 ບ້ານເປົ້າໝາຍຂອງເມືອງ ພູກູດ ເຂົ້າຮ່ວມພິທີ ມີທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ, ທ່ານ ວັນໄຊ ກືຫວັງເນັ້ງ ຮອງຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າຈາກອົງການມິດຕະພາບເມັນໂນນາຍປະຈຳລາວ ພ້ອມດ້ວຍຄູຝຶກຂອງພະແນກຍຸຕິທຳ ແລະ ຄະນະໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ 5 ບ້ານເປົ້າໝາຍຂອງໂຄງການ ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 6 ທ່ານ.

ເມືອງ ແປກ ແຂວງ ຊຽງຂວາງ ຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງ ໃຫ້ທີມງານຄູຝືກຂັ້ນເມືອງ

          ໃນຕອນບ່າຍຂອງວັນທີ 18 ພືດສະພາ 2022 ທ່ານ ມົນຕິ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ໄດ້ລົງຕາມຊຸກຍູ້, ຊີ້ນໍາບັ້ນເປີດຊຸດຝຶກອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງ ໃນຫົວຂໍ້ ການຄົ້ນຄ້ວາ ແລະ ວິເຄາະຂໍ້ຂັດແຍ່ງກ່ອນການໄກ່ເກ່ຍ ໃຫ້ທີມງານຄູຝືກຂັ້ນເມືອງ ທີ່ ເມືອງ ຄໍາ ແຂວງ ຊຽງຂວາງ ເຂົ້າຮ່ວມພິທີມີຄະນະຮັບຜິດຊອບການຝຶກອົບຮົມ, ຜູ້ຕາງໜ້າອົງການມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ, ຄູຝຶກທີ່ມາຈາກພະແນກຍຸຕິທຳແຂວງ ຊື່ງຜູ້ເຂົ້າຮ່ວມຝຶກອົບຮົມຈາກບັນດາຫ້ອງການຄູ່ຮ່ວມງານໂຄງການຂັ້ນເມືອງ ເຂົ້າຮ່ວມນຳ.

ພະແນກຍຸຕິທຳແຂວງຶ ຊຽງຂວາງ ເຜີຍແຜ່ດຳລັດວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຢູ່ເມືອງ ຄູນ

          ໃນວັນທີ 18 ພຶດສະພາ 2022 ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ຄູນ ນຳໂດຍ ທ່ານ ວັນໄຊ ກືຫວັງເນັ້ງ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍທີມງານ ໄດ້ນຳເອົາດຳລັດຂອງລັດຖະບານ ເລກທີ 626/ລບ, ລົງວັນທີ 22 ພະຈິກ 2021 ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ບາງມາດຕາຂອງກົດໝາຍ ລົງໂຄສະນາເຜີຍແຜ່ສ້າງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ ຄູນ ເປັນກຽດເຂົ້້າຮ່ວມກອງປະຊຸມໂດຍທ່ານ ນາງ ສົມສະນຸກ ພົມມະຫາໄຊ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ ຜູ້ຊີ້ນຳວຽກງານກົດໝາຍ ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສອງກຳລັງປະກອບອາວຸດ ແລະ ພະນັກງານ - ລັດຖະກອນ ເຂົ້

ກອງປະຊຸມແລກປ່ຽນບົດຮຽນການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານທີ່ ເມືອງ ຄູນ ແຂວງ ຊຽງຂວາງ

          ກອງປະຊຸມ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-13 ພຶດສະພາ 2022 ຢູ່ທີ່ສະໂມສອນເມືອງ ຄູນ ແຂວງ ຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທຳແຂວງ ຊຽງຂວາງ ແລະ ທ່ານ ນາງ ສົມສະນຸກ ພົມມະຫາໄຊ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ ຄູນ, ມີຄະນະຮັບຜິດຊອບໂຄງການ ມິດຕະພາບເມັນໂນນ່າຍ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ 7 ບ້ານເປົ້າໝາຍ ເຂົ້າຮ່ວມທັງໝົດ 68 ທ່ານ, ຍິງ 18 ທ່ານ.

ພິທີປາຖະກະຖາວັນສຳຄັນຂອງຊາດ ທີ່ ແຂວງ ຊຽງຂວາງ

          ໃນວັນທີ 11 ພຶດສະພາ 2022 ພະແນກຍຸຕິທຳແຂວງ ຊຽງຂວາງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໂດຍການເປັນປະທານຂອງ ທ່ານ ມົນຕີ ສີອຸດົມ ຫົວໜ້າພະແນກຍຸຕິທຳ, ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ 30 ກວ່າຄົນ.

ແຂວງ ຊຽງຂວາງ ຝຶກອົບຮົມວຽກງານກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ໃຫ້ຄູຝຶກຂັ້ນເມືອງ

        ໃນລະຫວ່າງວັນທີ 2-6 ພຶດສະພາ 2022 ທີ່ຜ່ານມາ ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ທີ່ດີນ ແລະ ທີ່ດີນກະສີກຳ ແບບຍືນຍົງ ໄດ້ເປີດຊຸດຝຶກອົບຮົມວຽກງານການແກ້ໄຂບັນຫາຂອງຊຸມຊົນໂດຍການນຳໃຊ້ກົດໝາຍໃຫ້ທີມງານຄູຝືກຂັ້ນເມືອງ ໂດຍການເປັນປະທານຂອງທ່ານ ນາງ ເພັດດາວອນ ຖາວີວອນ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ແປກ ທັງເປັນຄະນະຮັບຜິດຊອບໂຄງການຂັ້ນເມືອງ, ເຂົ້າຮ່ວມພິທີມີຄະນະຮັບຜິດຊອບການຝຶກອົບຮົມ, ຜູ້ຕາງໜ້າອົງການມິດຕະພາບເມັນໂນນາຍ ປະຈຳ ສປປ ລາວ, ຄູຝຶກທີ່ມາຈາກພະແນກຍຸຕິທຳແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ພະແນກກະສີກໍາ ແລະ ປ່າໄມ້ ຊື່ງຜູ້ເຂົ້າຮ່ວມຝຶກອົບຮົມ ມີທັງໝົດ 28

Pages