ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທຳແຂວງ ບໍລິຄຳໄຊ ທາບທາມຮ່າງຂໍ້ຕົກລົງເຈົ້າແຂວງ

          ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ໄດ້ຜ່ານຮ່າງນິຕິກຳ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ກອງທືນທານຸເຄາະສະຫະພັນກຳມະບານແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳ ຜູ້ຊີ້ນຳວຽກງານນິຕິກຳ-ໂດຍເຂົ້າຮ່ວມ ມີ ທ່ານ ສີສົມພອນ ອີນທະວົງ ຮອງປະທານກຳມະບານແຂວງ ພ້ອມດ້ວຍຄະນະຮັບຜິດຊອບກຳມະບານແຂວງ ແລະ ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທຳແຂວງ ເຂົ້າຮ່ວມຈຳນວນ 11 ຄົນ, ຍິງ 4 ຄົນ.

ພະແນກຍຸຕິທໍາແຂວງ ບໍລິຄຳໄຊ ເຄື່ອນໄຫວໂຄສະນາກົດໝາຍ

          ໃນວັນທີ 30 ພຶດສະພາ 2022 ຢູ່ບ້ານ ສິນໄຊ ພະແນກຍຸຕິທໍາແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນພາຍໃນບ້ານ ສິນໄຊ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງທ່ານ ບົວພັນ ຈັນທະວິລຸນ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີ ທ່ານ ສິນທະຫວິນ ດວງອຸດົມ ເລຂາພັກບ້ານ, ນາຍບ້ານ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ 34 ທ່ານ  ຍິງ 24 ທ່ານ.

ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ສ້າງຂະບວນກິລາ ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງເດັກນ້ອຍສາກົນ ຄົບຮອບ 97 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ

         ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2022 ທີ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ ບໍລິຄໍາໄຊ ໄດ້ຈັດກິລາມິດຕະພາບຂຶ້ນ ລະຫວ່າງ ພະແນກຍຸຕິທໍາແຂວງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ການແຂ່ງຂັນໃນຄັ້ງນີ້ປະກອບມີ: ກິລາບານສົ່ງ (ຍິງ-ຊາຍ) ແລະ ຕີບູນ (ຍິງ-ຊາຍ) ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ແລະ ທ່ານ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະພັກ, ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງ 2 ພາກສ່ວນເຂົ້າຮ່ວມຈຳນວນ 65 ສະຫາຍ, ຍິງ 33 ສະຫາຍ.

ຮາກຖານກໍາມະບານພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ສ້າງຂະບວນກິລາ ຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 136 ປີ

          ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ, ຂອງຊາດກໍ່ຄື ວັນກຳມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886–1 ພຶດສະພາ 2022) ໃຫ້ມີຄວາມສໍາຄັນ ແລະ ເປັນຂະບວນການຟົດຟື້ນ.

ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ເຂົ້າຮ່ວມປະຊຸມວຽກງານຍຸຕິທໍາ ປີ 2021

          ໃນວັນທີ 31 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າ ການແຂວງ ບໍລິຄຳໄຊ ທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າ ພະແນກຍຸຕິທໍາແຂວງ ພ້ອມດ້ວຍຄະນະ ແລະ ໄດ້ເຂົ້າຮ່ວມປະຊຸມວຽກງານຍຸຕິທໍາທົ່ວປະເທດ ປະຈໍາປີ 2021 ດ້ວຍຮູບແບບອອນລາຍ ຈໍານວນ 11 ທ່ານ, ຍິງ 3 ທ່ານ. ໂດຍການເປັນປະທານ ຂອງທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ .

ພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ເຂົ້າຮ່ວມກອງປະຊຸມທາງໄກ ກ່ຽວກັບການແລກປ່ຽນບົດຮຽນຄົ້ນຄວ້າກົດໝາຍ

          ໃນວັນທີ 22 ທັນວາ 2021 ຜ່ານມາ ທ່ານນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ທາງໄກ ກ່ຽວກັບການແລກປ່ຽນບົດຮຽນຄົ້ນຄວ້າກົດໝາຍ ລະຫວ່າງ ກະຊວງຍຸຕິທຳ ສປປ ລາວ ແລະ ກະຊວງຍຸຕິທຳ ສສ ຫວຽດນາມ ໂດຍການເປັນປະທານຂອງທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ.

ໜ່ວຍພັກຮາກຖານພະແນກຍຸຕິທຳແຂວງ ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

          ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ທັນວາ 2021 ຢູ່ພະແນກຍຸຕິທໍາແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ວັນນາ ປະເສີດກຸນ ເລຂາໜ່ວຍພັກຮາກຖານພະແນກຍຸຕິທຳແຂວງ ບໍລິຄໍາໄຊ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມທັງໝົດ 35 ສະຫາຍ, 12 ຍິງ ສະຫາຍ.

ພະແນກຍຸຕິທໍາແຂວງ ບໍລິຄຳໄຊ ຈັດກອງປະຊຸມ ຕິດຕາມ, ຊຸກຍູ້ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ

          ໃນວັນທີ 9 ທັນວາ 2021 ທີ່ຜ່ານມາ ຢູ່ທີ່ ຫ້ອງປະຊຸມພະແນກຍຸຕິທໍາແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສ່ອງແສງ ລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໃນການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງພະແນກຍຸຕິທໍາແຂວງ ໂດຍການເປັນປະທານ ຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງ ,ມີບັນດາທ່ານຄະນະທີ່ຮັບຜິດຊອບຈາກສະພາປະຊາຊົນແຂວງ,ມີຫົວໜ້າ ແລະ ຮອງຫົວໜ້າຂະແໜງພາຍໃນພະແນກເຂົ້າຮ່ວມຈຳນວນ 17 ທ່ານ ຍິງ 4 ທ່ານ.

ກອງປະຊຸມປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ

          ໃນຕອນເຊົ້າຂອງວັນທີ 25 ພະຈິກ 2021 ນີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ບໍລິຄຳໄຊ ໄດ້ເປີດກອງປະຊຸມປະກອບຄໍາເຫັນໃສ່ຮ່າງ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາຂອງແຂວງ ໂດຍການເປັນ ປະທານຂອງ ທ່ານ ສະພັງທອງ ພົມມະຈັກ ຫົວຫນ້າຂະແຫນງຈັດຕັ້ງ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ມີພະນັກງານວິຊາການກົດໝາຍພາຍໃນພະແນກຍຸຕິທໍາ ເຂົ້າຮ່ວມ.

Pages