ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທໍາແຂວງ ເຊກອງ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ.

          ໃນຕ່ອນບ່າຍຂອງວັນທີ 27 ພຶດສະພາ 2022, ໜ່ວຍສະຫະພັນແມ່ຍິງຮາກຖານ ພະແນກຍຸຕິທໍາແຂວງ ໄດ້ຈັດງານສະເຫຼີມສະຫຼອງ ວັນເດັກນ້ອຍຂຶ້ນທີ່ພະແນກຍຸຕິທໍາ ໂດຍການນຳພາຂອງ ທ່ານ ໄຂ່ມະນີ ບຸບຜາວັນ ປະທານ ສະຫະພັນແມ່ຍິງຮາກຖານ ພະແນກຍຸຕິທໍາແຂວງ ເຂົ້າຮ່ວມເປັນປະທານ ໃນງານຄັ້ງນີ້ ຂອງ ທ່ານ ບຸນຕຸ້ມ ແກ້ວກິ່ງກົມ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ມີ ພະນັກງານ-ລັດຖະກອນທັງໝົດ ພາຍໃນພະແນກ ພ້ອມດ້ວຍລູກຫຼານ ຂອງພະນັກງານພາຍໃນ ພະແນກ ເຂົ້າຮ່ວມ ຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ.

ພະແນກຍຸຕິທໍາແຂວງ ເຊກອງ ຈັດຕັ້ງ, ຜັນຂະຫຍາຍວະລະແຫ່ງຊາດຂອງກະຊວງຍຸຕິທໍາ.

          ໃນຕອນເຊົ້າວັນທີ 27 ພຶດສະພາ 2022, ພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດຕັ້ງເຊື່ອມຊຶມ ຜັນຂະຫາຍ ວາລະແຫ່ງຊາດ ຂອງກະຊວງຍຸຕິທໍາ ພິທີດັ່ງກ່າວ: ໄດ້ຈັດຂື້ນທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຕຸ້ມ ແກ້ວກິ່ງກົມ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ, ມີຄະນະພັກ-ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດຢ່າງພ້ອມພຽງ.
 

ພະແນກຍຸຕິທໍາ ແຂວງ ເຊກອງ ຈັດພິທີປາຖະກະຖາ ວັນສ້າງຕັ້ງກຳມະບານລາວ

          ຕອນເຊົ້າຂອງວັນທີ 15 ມີນາ 2022, ພະແນກຍຸຕິທໍາແຂວງເຊກອງ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳມະບານລາວ, ມີການເຂົ້າຮ່ວມຂອງສະມາຊິກກຳມະບານທັງໝົດພາຍໃນພະແນກຍຸຕິທໍາແຂວງ.

ຮັບຮອງໜ່ວຍຮາກຖານ ສະຫະພັນແມ່ຍິງ ພະແນກຍຸຕິທໍາແຂວງ ເຊກອງ ເປັນສະຫະພັນແມ່ຍິງ 3 ດີ

          ໃນວັນທີ 3 ມີນາ 2022, ຜ່ານມາ ໄດ້ມີພິທີຮັບຮອງ ສະຫະພັນແມ່ຍິງຮາກຖານ ພະແນກຍຸຕິທໍາແຂວງ, ເປັນສະພັນແມ່ຍິງຮາກຖານ 3 ດີ, ໃນ 2020-2021 ແລະ ເປີດບັ້ນເຊື່ອມຊຶມ ຂໍ້ແຂ່ງຂັນ 3 ດີ, ໄລຍະ 2022-2023, ໂດຍການເຂົ້າຮ່ວມເປັນຄະນະປະທານ ທ່ານ ເພັດດາແກ້ວ ພົນສະລາດ ຮອງປະທານ ສະຫະພັນແມ່ຍິງແຂວງ, ມີທ່ານ ຄຳມີ່ງ ໄຊຍະຈັກ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າພະແນກຍຸຕິທໍາແຂວງ, ແລະ ທ່ານ ນາງ ໄຂ່ມະນີ ບຸບຜາວັນ ປະທານໜ່ວຍ ຮາກຖານ ສະຫະພັນແມ່ຍິງ ພະແນກຍຸຕິທໍາແຂວງ, ອົງການຈັດຕັ້ງມະຫາຊົນ, ຂະແໜງການກ່ຽວຂ້ອງ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນຮາກເຂົ້າຮ່ວມ.

ຫ້ອງການຍຸຕິທຳເມືອງກະລຶມ ສະຫຼຸບວຽກງານ ປະຈຳປີ 2021

          ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 2 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງການຍຸຕິທໍາເມືອງກະລືມ ໂດຍການເປັນປະທານຂອງ ທ່ານ ອຸດົມສຸກ ບຸດສວນທຽນ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນໍາວຽກງານຂົງເຂດປົກປ້ອງກົດໝາຍ; ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານ ພ້ອມດ້ວຍພະນັກງານວິຊາການຂອງຫ້ອງການຍຸຕິທໍາເມືອງກະລຶມ ເຂົ້າຮ່ວມຢ່າງພ້ອມພຽງທັງໝົດ 9 ທ່ານ, ຍິງ 2 ທ່ານ.

ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ກະລຶມ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ

          ໃນຄັ້ງວັນທີ 26-28 ຕຸລາ 2021 ທ່ານ ສີມືດ ນວນມະນີວົງ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ກະລຶມ ແລະ ທ່ານ ພູຄໍາ ແກ້ວວິນຕານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ກະລຶມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຍຸຕິທໍາຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ບ້ານ ຈຼອກ, ບ້ານ ສອງຄອນ, ບ້ານ ຈີງ ເມືອງ ກະລຶມ ແຂວງ ເຊກອງ ມີ: ຄະນະພັກບ້ານ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ອົງການຈັດຕັ້ັ້ງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ພະແນກຍຸຕິທໍາແຂວງ ເຊກອງ ປາຖະກະຖາເຫຼົ່າມູນເຊື້ອ ວັນສ້າງຕັ້ງວັນແມ່ຍິງລາວ ຄົບຮອບ 66 ປີ.

          ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2021 ທີ່ຜ່ານມາ ພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ ຂື້ນທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕຸ້ມ ແກ້ວກິ່ງກົມ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ມີການເຂົ້າຮ່ວມຂອງຄະນະພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຈຳນວນ 28 ທ່ານ, ຍິງ 14 ທ່ານ.

ພະແນກຍຸຕິທໍາແຂວງ ເຊກອງ ເຜີຍແຜ່ເຊື່ອມຊຶມຫຼາຍເອກະສານສໍາຄັນ

          ໃນລະຫວ່າງວັນທີ 15-16 ມິຖຸນາ 2021 ພະແນກຍຸຕິທໍາແຂວງ ເຊກອງ ໄດ້ຈັດພິທີເຜີຍແຜ່ ເຊື່ອມຊຶມເອກະສານສໍາຄັນຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນຕຸ້ມ  ແກ້ວກິ່ງກົມ   ຫົວໜ້າພະແນກຍຸຕິທໍາແຂວງ ເຊກອງ,  ມີ ຄະນະພັກ-ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 16 ທ່ານ.

Pages