ຊຸກຍູ້ ວຽກງານໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງສະຫວັນນະເຂດ.

ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ.

ໃນລະຫວ່າງວັນ 09-12 ກໍລະກົດ 2019 ຜ່ານມານີ້ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຮ່ວມກັບອົງການຢູນິເຊັບ (UNICEF) ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງ ສະຫວັນນະເຂດ ຫົວໜ້າຄະນະລົງຕິດຕາມໃນຄັ້ງນີ້ແມ່ນ ທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ນະຄອນ.

Subscribe to RSS - ຊຸກຍູ້ ວຽກງານໂຄງການທົດລອງປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຢູ່ແຂວງສະຫວັນນະເຂດ.