ກະຊວງຍຸຕິທໍາໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດໝາຍແພ່ງກັບພາກເອກະຊົນ

      ທີ່ໂຮງແຮມເສດຖາປາລາສ໌ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດໝາຍແພ່ງກັບພາກເອກະຊົນຂຶ້ນ ໃນຕອນເຊົ້າຂອງວັນທີ 16 ພະຈິກ 2016 ໂດຍການເປັນປະທານຂອງ ທ່ານ ສຈ ດາວອນ ຫວ່າງວິຈິດ ອະດີດປະ ທານກໍາມາທິການກົດໝາຍ ທ່ານ ແດ ນຽວ ຟີດສ໌ແພັດທຼິກ (Daniel Fitzpatrcik) ຫົວໜ້າໂຄງການລູນາ (USAID LUNA II Proje ct) ມີບັນດາຄະນະຮັບຜິດຊອບຮ່າງປະມວນກົດໝາຍແພ່ງ, ຜູ້ຕ່າງໜ້າຈາກພາກລັດ ແລະ ຫົວໜ່ວຍທຸລະກິດຈາກພາກເອກະ ຊົນເຂົ້າຮ່ວມ ຈໍານວນ 52 ທ່ານ, ຍິງ 19 ທ່ານ.

     ໃນທີ່ປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງປະມວນກົດໝາຍແພ່ງດັ່ງກ່າວຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ. ຈຸດປະສົງຂອງກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງປະມວນກົດ ໝາຍແພ່ງກັບພາກເອກະຊົນໃນຄັ້ງນີ້ ແມ່ນເພື່ອຍົກສູງຄຸນນະພາບ ແລະ ປະສິດທິພາບຂອງນິຕິກໍາກໍຄືຫຼັກນິຕິທໍາ ຢູ່ ສປປ ລາວ ໃນການການປະຕິບັດຕາມສັນຍາການຄ້າສາກົນ ແລະ ພາກພື້ນຕ່າງໆໃນລະຍະຜ່ານມາ. ໂດຍສະເພາະແມ່ນເພື່ອເປັນບ່ອນອີງໃນ ການແກ້ໄຂຂໍ້ຂັດແຍ່ງ ແລະ ເປັນພື້ນຖານໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ສ່ວນລວມ ແລະ ບຸກຄົນ. ໃນການຈັດຕັ້ງປະຕິບັດວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍໃຫ້ໄດ້ຮັບການພັດທະນາແຕ່ນີ້ຮອດປີ 2020.

     ໃນໂອກາດນີ້ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍໄດ້ຮັບຟັງການສະເໜີວິທີການປະກອບຄໍາເຫັນໃສ່ຮ່າງກົດໝາຍສາກົນ ຈາກຫົວໜ້າໂຄງການດັ່ງກ່າວ ກໍຄືຄວາມສໍາຄັນຂອງພາກເອກະຊົນໃນສົນທະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ເປັນຕົ້ນແມ່ນ ການນໍາສະເໜີສັນຍາເຊົ່າຊື້, ສັນຍາກູ້ຢືມ, ການຈໍານໍາ, ການຈໍານອງ ພ້ອມນັ້ນກໍໄດ້ອະທິບາຍໂດຍຫຍໍ້ກ່ຽວກັບການສົ່ງຄໍາເຫັນຜ່ານທາງເວັບໄຊຂອງໜ່ວຍງານຈົດໝາຍເຫດທາງລັດຖະການ ກໍເພື່ອບັນລຸເປົ້າໝາຍດ້ານນະໂຍບາຍໃຫ້ມີປະສິດທິຜົນ, ເຮັດໃຫ້ບັນດານິຕິ ກໍາມີຄວາມສອດຄ່ອງກັນຫາຍຂຶ້ນ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ຂ່າວ: ໄຊຍະສິດ       ພາບ: ວຽງໄຊ

ປະເພດຂ່າວ: