ພະແນກຍຸຕິທຳແຂວງ ອັດຕະປື ໂຄສະນາເຜີຍແຜ່ກົດໝາຍຢູ່ເມືອງພູວົງ
Submitted by xaiyphimphone on
ໃນຕອນເຊົ້າ ວັນທີ 26 ພຶດສະພາ 2022 ທີ່ຫ້ອງປະຊຸມຂອງເມືອງ ພູວົງ ພະແນກຍຸຕິທໍາແຂວງ ອັດຕະປື ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳ ໃຫ້ພະນັກງານ-ລັດຖະກອນຫ້ອງການອ້ອມຂ້າງເມືອງ ພູວົງ, ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສີທົນ ຊາວພູວົງ ຮອງເລຂາພັກເມືອງ, ທ່ານ ສີໂຫ ຕານວົງພັບ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທິມງານຈາກພະແນກຍຸຕິທຳແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ຖືກເຊີນຈາກຫ້ອງການອ້ອມຂ້າງເມືອງ, ປກສ, ປກຊ ເມືອງ ເຂົ້າຮ່ວມທັງໝົດ 55 ທ່ານ ຍິງ 19 ທ່ານ.