ພະແນກຍຸຕິທຳແຂວງ ລົງຊຸກຍູ້ວຽກງານວິຊາສະເພາະຢູ່ຫ້ອງການຍຸຕິທຳເມືອງ 4 ເມືອງຂອງແຂວງບໍລິຄໍາໄຊ
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນວັນທີ 8 ທັນວາ 2020 ນີ້ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ປືກສາຫາລືກ່ຽວກັບວຽກງານວິຊາສະເພາະປະຈຳເດືອນຂອງຕົນຂຶ້ນ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ປອ ນ. ວິໄລ ພິລາວົງ ວ່າການຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ ມີຄະນະພະແນກ, ຫົວໜ້າຂະແໜງ ແຕ່ລະຂະແໜງພາຍໃນພະແນກເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ປະຈຳເດືອນ ທັນວາ 2020 ແລະ ທິດທາງແຜນການ ປະຈໍາເດືອນ ມັງກອນ 2021 ຂອງບັນດາຂະແໜງການ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ຍາດມາໄດ້ ແລະ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
Submitted by buakhao on
ໃນຕອນເຊົ້າວັນທີ 26 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຜ່ານຮ່າງນິຕິກຳ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໄຕ້ ແຂວງ ບໍລິຄຳໄຊ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຍຸຕິທຳ ຜູ້ຊີ້ນຳວຽກນິຕິກຳ ພະແນກຍຸຕິທຳແຂວງ ມີທ່ານ ທອງດອມ ຈັນທະລາ ຮອງຫົວໜ້າພະແນກ ສະຖາບັນຄົ້ນຄ້ວາໂຍທາທິການ ແລະ ຂົນສົ່ງ ກະຊວງໂຍທາທິການ ແລະ ການຂົນສົ່ງ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ ແລະ ຫົວໜ້າ, ຮອງຫົວໜ້າຂະແໜງພາຍໃນພະແນກຍຸຕິທຳແຂວງ ບໍລິຄຳໄຊເຂົ້າຮ່ວມຈຳນວນ 13 ທ່ານ, ຍິງ 03 ທ່ານ.
Submitted by buakhao on
ໃນວັນທີ 24 ພະຈິກ 2020 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນປະຈໍາປີ 2020 ຂຶ້ນໂດຍການເປັນປະທານຂອງ ທ່ານ ຄຳຜັນ ສິດໄຊຍະສານ ຮອງຫົວໜ້າພະແນກຸຕິທຳແຂວງ ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນພະແນກຍຸຕິທຳເຂົ້າຮ່ວມທັງໝົດ 36 ທ່ານ, ຍິງ 12 ທ່ານ.
Submitted by buakhao on
ໃນວັນທີ 19 ພະຈິກ 2020 ທີ່ຜ່ານມາ ຢູ່ຫ້ອງການກຸ່ມພັດທະນາທົ່ງແສນ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປະກາດບ້ານແບບຢ່າງປະຕິບັດກົດໝາຍຂື້ນ ໃຫ້ກຽດເປັນປະທານໂດຍ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ຄຳເກີດ ມີຕາງໜ້າຈາກກອງບັນຊາການປກຊ - ປກສ, ຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນ 7 ບ້ານເຂົ້າຮ່ວມ ຢ່າງພ້ອມພຽງ.