ແຂວງ ຈຳປາສັກ ເປີດຊຸດຝຶກອົບຮົມ ວຽກງານຊ່ວຍເຫລືອທາງດ້ານກົດໝາຍ ແລະ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ
Submitted by xaiyphimphone on
Submitted by xaiyphimphone on
Submitted by wickyboubphalyvanh on
ໃນລະຫວ່າງ ວັນທີ 10 - 13 ທັນວາ 2019 ຜ່ານມານີ້ທ່ານ ບົວສອນ ວົງຫາຈັກ ຮັກສາການ ຫົວໜ້າພະແນກຍຸຕິທໍາ ແຂວງ ຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຂອງຂະແໜງຍຸຕິທຳ ຢູ່ບັນດາເມືອງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
Submitted by wickyboubphalyvanh on
ຕອນເຊົ້າ ຂອງວັນທີ 25 ເມສາ 2019 ຜ່ານມານີ້ ຢູ່ທີ່ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ຈັດພິທີເປີດຊຸດຝືກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານນຳພາ, ຄຸ້ມຄອງຂອງພະແນກການອ້ອມຂ້າງແຂວງ, ນະຄອນ, 9 ຕົວເມືອງ, ພາກສ່ວນທຸລະກິດ ແລະ ເອກະຊົນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກຍຸຕິທຳແຂວງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສີທົນ ແກ້ວພູວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ, ມີຄະນະພະແນກຍຸຕິທຳ, ຄະນະຮັບຜິດຊອບຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ, ຄູ-ອາຈານ ພ້ອມດ້ວຍນັກຝືກອົບຮົມເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 13 ທ່ານ.
Submitted by wickyboubphalyvanh on
ໃນຕອນບ່າຍ ວັນທີ 21 ມັງກອນ 2019 ພະແນກຍຸຕິທຳ ແຂວງ ຈຳປາສັກ ໄດ້ຈັດພິທີປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949 - 20 ມັງກອນ 2019) ໂດຍການເປັນປະທານ ແລະ ບັນລະຍາຍເອກະສານຂອງ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ໃນລະຫວ່າງວັນທີ 22-28 ພະຈິກ 2018 ທີ່ຜ່ານມາ ພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນເມືອງ, ກຸ່ມບ້ານ ແລະ ບ້ານ ຈຳນວນ 3 ເມືອງຄື: ເມືອງ ຈຳປາສັກ, ເມືອງ ຊະນະສົມບູນ ແລະ ເມືອງ ສຸຂຸມາ. ນຳພາໂດຍ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ເຂົ້າຮ່ວມຮັບຟັງທັງໝົດ 440 ຄົນ, ຍິງ 96 ຄົນ.
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຈຳປາສັກ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ VII ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ເມກສະຫັວນ ພົມພິທັກ ຄະນະປະຈຳພັກແຂວງ ປະທານຄະນະປະຈຳສະພາປະຊາຊົນແຂວງ ຈຳປາສັກ, ມີບັນດາຄະນະພະແນກຍຸຕິທຳແຂວງ, ແຂກຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 12 ທ່ານ.
Submitted by wickyboubphalyvanh on
ໃນທ້າຍເດືອນ ກຸມພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ເປິດຊຸດຝຶກອົບຮົມກົດໝາຍລະຍະ 45 ວັນ ຊຸດທີ VII ປະຈໍາປີ 2018 ຂຶ້ນ ຢູ່ທີ່ພະແນກຍຸຕິທໍາແຂວງຈຳປາສັກ. ໃຫ້ກຽດເປັນປະທານຂອງ ທ່ານ ເມກສະຫວັນ ພົມພິທັກ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ຜູ້ຊີ້ນຳວຽກງານຂົງເຂດປົກປ້ອງກົດໝາຍ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ 91 ທ່ານ, ຍິງ 21 ທ່ານ.
Submitted by buakhao on
ໃນຕອນບ່າຍຂອງວັນທີ 08 ແລະ ວັນທີ 16 ກຸມພາ 2018 ທີ່ຜ່ານມາ ພະແນກຍຸຕິທຳແຂວງຈຳປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ສະຖາບັນການສຶກສາຕ່າງໆ ພາຍໃນແຂວງຈຳປາສັກ. ນຳພາໂດຍທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ແລະ ທ່ານ ນ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມຄະນະ. ມີບັນດາ ພະນັກງານ, ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ຢູ່ວິທະຍາໄລການເງິນພາກໃຕ້ ແລະ ວິທະຍາໄລໄອທີໄຊ ຈຳປາ ແຂວງຈຳປາສັກ ເຂົ້າຮ່ວມ 548 ຄົນ, ຍິງ 357 ຄົນ.
Submitted by wickyboubphalyvanh on
ໃນວັນທີ 25 /01/2018 ຜ່ານມານີ້ ທີ່ພະແນກຍຸຕິທຳແຂວງຈຳປາສັກໄດ້ຈັດກອງປະຊຸມສະຫູຸບວຽກງານຍຸຕິທໍາປີ 2017 ແລະ ວາງທິດທາງແຜນການປີ 2018 ໂດຍການເປັນປະທານໂດຍ ທ່ານ ບຸນເລີດ ວໍລະຈິດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ມະນີນິນ ກຳມະການພັກແຂວງ ເຈົ້າເມືອງ ເມືອງສຸຂຸມາ, ຊຶ່ງມີຜູ້ຕາງໜ້າຈາກບັນດາພະແນກການອອ້ມຂ້າງແຂວງ, ຫ້ອງການຍຸຕິທຳເມືອງ ແລະ ພະນັກງານລັດຖະກອນພາຍໃນພະແນກຍຸຕິທຳແຂວງເຂົ້າຮ່ວມທັງໝົດ 68 ທ່ານ; ຍິງ 17 ທ່ານ;
Submitted by wickyboubphalyvanh on
ໃນວັນທີ 21 ທັນວາ 2017 ຜ່ານມານີ້ ຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ ພະແນກຍຸຕິທຳແຂວງຈຳປາສັກ ໄດ້ເຄີ່ອນໄຫວໂຄສະນາເຜີຍແຜ່ກົດໝາຍ, ລວມທັງພາລະບົດບາດຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ ແລະ ການໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າຂື້ນ ທີ່ ບ້ານຈຸດສຸມ ໂນນຍາງ ເມືອງ ສຸຂຸມາ ແຂວງຈຳປາສັກ. ນຳທີມໂດຍທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ພ້ອມດ້ວຍຄະນະຕາງໜ້າຈາກສູນກາງໂດຍສົມທົບກັບຄະນະພັກຮາກຖານກຸ່ມບ້ານ, ເລຂາພັກບ້ານ, ນາຍບ້ານ, ຕາງໜ້າອົງການຈັດຕັ້ງພາຍໃນບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ 146 ຄົນ,ຍິງ 62 ຄົນ.