ຢັ້ງຢືນໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທໍາແຂວງຫຼວງພະບາງເປັນໜ່ວຍຊາວໜຸ່ມ 4 ບຸກ
Submitted by buakhao on
ພິທີຢັ້ງຢືນໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທໍາແຂວງຫຼວງພະບາງເປັນໜ່ວຍຊາວໜຸ່ມ 4 ບຸກ ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2020 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໃຫ້ກຽດເປັນປະທານຂອງ ສະຫາຍ ມີໄຊ ໄຊເກີ່ຢ່າຈົ່ງຕົວ ຫົວໜ້າພະແນກຍຸຕິທໍາແຂວງ, ມີສະຫາຍ ນາງ ກິນນາລີ ສີບຸນເຮືອງ ຮັກສາການຫົວໜ້າຂະແໜງສື່ມວນຊົນ ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ສະຫາຍ ຄໍາພັນ ທິດາລັກ ເລຂາໜ່ວຍຊາວໜຸ່ມຮາກຖານພະແນກຍຸຕິທໍາແຂວງ, ມີແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກເຂົ້າຮ່ວມ.