ຫ້ອງການຍຸຕິທໍາເມືອງ ຕົ້ນເຜິ້ງໂຄສະນາເຜີຍແຜ່ກົດໝາຍໃຫ້ນ້ອງນັກຮຽນ
Submitted by xaiyphimphone on
ໃນຕອນແລງຂອງວັນທີ່ 26 ມີນາ 2021 ຜ່ານມາ ຢູ່ທີ່ສະໂມສອນເມືອງ ຕົ້ນເຜິ້ງ ທ່ານ ສາຍຄຳ ຄຳປະເສີດ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ຕົ້ນເຜິ້ງ ພ້ອມວິຊາການ ໄດ້ລົງໂຄສະນາເຜີຍແຜ່ລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ບາງມາດຕາຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍຢາເສບຕິດ ແລະ ກົດໝາຍອື່ນໆໃຫ້ນ້ອງໆນັກຮຽນຊັ້ນມໍ 7 ຂອງ ມສ ເມືອງ ຕົ້ນເຜິ້ງ ຊຶ່ງມີນ້ອງນັກຮຽນເຂົ້າຮ່ວມຮັບຟັງທັງໝົດ 147 ນ້ອງ, ຍິງ 75 ນ້ອງ.