ເມືອງ ລອງ ແຂວງ ຫຼວງນໍ້າທາ ເປີດຊຸດຝຶກອົບຮົມກົດໝາຍ 45 ວັນ Submitted by xaiyphimphone on ວັນສຸກ, 27/05/2022 - 14:49
ພະແນກຍຸຕິທໍາແຂວງ ຫຼວງນໍ້າທາ ລົງໂຄສະນາເຜີຍແຜ່ກົດໝາຍ Submitted by xaiyphimphone on ວັນສຸກ, 27/05/2022 - 14:22 ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2022 ຢູ່ທີ່ສະໂມສອນ ກຸ່ມບ້ານ ສີວິໄລ ພະແນກຍຸຕິທໍາແຂວງ ຫຼວງນໍ້າທາ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນພາຍໃນກູ່ມບ້ານ ສີວິໄລ ເມືອງ ລອງ ແຂວງ ຫຼວງນໍ້າທາ ໂດຍເປັນປະທານຮ່ວມຂອງທ່ານ ນາງ ມາລີພອນ ນາບຸນແພງ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງເພັດ ເຈື້ອຫຼວງແທນ ເລຂາຄະນະຮາກຖານບ້ານ ກູ່ມບ້ານ ສີວິໄລ ມີຫົວໜ້າຫ້ອງການຍຸຕິທໍາເມືອງ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນພາຍໃນກູ່ມບ້ານ ສີວິໄລ ເຂົ້າຮ່ວມຮັບຟັງ 95 ທ່ານ, ຍິງ 20 ທ່ານ.
ຫ້ອງການຍຸຕິທຳເມືອງ ວຽງພູຄາ ຈັດພິທີປະກາດບ້ານ ທົ່ງລາດ ເປັນບ້ານແບບຢ່າງປະຕິບັດກົດໝາຍ Submitted by xaiyphimphone on ວັນອັງຄານ, 17/05/2022 - 14:02 ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ຢູ່ທີ່ຫ້ອງການບ້ານ ທົ່ງລາດ, ເມືອງ ວຽງພູຄາ, ແຂວງ ຫຼວງນ້ຳທາ ໄດ້ຈັດພິທີປະກາດບ້ານ ທົ່ງລາດ ເປັນບ້ານແບບຢ່າງປະຕິບັດກົດໝາຍ ໂດຍການເປັນປະທານຂອງທ່ານ ຕຽງສະໝອນ ພອນປະເສີດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ວຽງພູຄາ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ແສງຍີ ສິດຕິພອນ ຫົວໜ້າຫ້ອງການຍຸຕິທຳເມືອງ, ມີ ຫົວໜ້າຫ້ອງວ່າການເມືອງ, ປກສ ກຸ່ມທົ່ງລາດ, ພະນັກງານຮາກຖານບ້ານ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 21 ທ່ານ.
ຫ້ອງການຍຸຕິທຳເມືອງ ຫຼວງນ້ຳທາ ຈະຕັ້ງໜ້າຈັດຕັ້ງປະຕິບັດວາລະແຫ່ງຊາດ Submitted by xaiyphimphone on ວັນສຸກ, 13/05/2022 - 11:51 ໃນຕອນເຊົ້າວັນທີ 5 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມ ຫ້ອງການຍຸຕິທໍາເມືອງ ຫຼວງນໍ້າທາ ໄດ້ຈັດພິທີ ຈັດຕັ້ງປະຕິບັດ 2 ວາລະແຫ່ງ ພາຍໃຕ້ການເປັນປະທານໂດຍທ່ານ ຄຳເຜີຍ ບຸດດີ ຫົວໜ້າຫ້ອງການຍຸຕິທຳ, ມີຫົວໜ້າໜ່ວຍງານ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.
ພະແນກຍຸຕິທໍາແຂວງ ຫຼວງນໍ້າທາ ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງ Submitted by xaiyphimphone on ວັນສຸກ, 13/05/2022 - 11:42 ໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2022 ຢູ່ທີ່ສະໂມສອນ ຂອງເມືອງ ວຽງພູຄາ ພະແນກຍຸຕິທໍາແຂວງ ຫຼວງນໍ້າທາ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ວຽງພູຄາ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ເຮືອຍ ສົມຫັວງ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ວຽງພູຄາ ແລະ ທ່ານ ເພັດສະຫັວນ ສີພົມມະຈັນ ຮອງພະແນກຍຸຕິທໍາແຂວງ , ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສອງກອງບັນຊາການ, ລັດວິສາຫະກິດ, ທະນາຄານ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານອ້ອມຂ້າງ ເມືອງ ວຽງພູຄາ ເຂົ້າຮ່ວມ 150 ທ່ານ , ຄົນ, ຍິງ 30 ທ່ານ.