ພະແນກຍຸຕິທໍາ ແຂວງ ຫຼວງນໍ້າທາ ເປີດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
Submitted by buakhao on
ໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ຫຼວງນໍ້າທາ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ນາງ ມາລີພອນ ນາບຸນແພງ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ. ມີຕາງໜ້າຈາກອົງການຈັດຕັ້ງພັກ ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສະມາຊິກພັກ ພາຍໃນພະແນກຍຸຕິທໍາເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 15 ສະຫາຍ