ພະແນກຍຸຕິທຳແຂວງ ຈັດກອງປະຊຸມສະຫຼຸບວຽກງານຍຸຕິທຳຮາກຖານ ປະຈຳປີ 2020 ແລະ ວາງທິດທາງ ແຜນການ ປີ 2021
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ໃນວັນທີ 9 ທັນວາ 2020 ທີ່ຜ່ານມານີ້, ຄະນະໜ່ວຍຊາວໜຸ່ມປະຊາຊົນ ປະຕິວັດລາວ ພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢຶນ 4 ບຸກ ຄັ້ງທີ III ຂຶ້ນຢູ່ທີ່ສະໂມສອນພະແນກຍຸຕິທຳ. ພາຍໃຕ້ການເປັນປະທານຂອງ ສະຫາຍ ວິໄລ ໄຊຍະວົງສາ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທຳແຂວງ. ໃຫ້ກຽດເຂົ້າຮ່ວມໂດຍ: ສະຫາຍ ຄຳພາສີ ເວັນມະສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ຄຳຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳແຂວງ, ມີແຂກຖືກເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ 23 ສະຫາຍ, ຍິງ 9 ສະຫາຍ.
Submitted by buakhao on
ໃນວັນທີ 24-25 ພະຈິກ 2020 ຜ່ານມານີີ້ ໜ່ວຍພັກພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດກອງປະຊຸມປະເມີນສະມາຊິກພັກ ແລະ ໜ່ວຍພັກປະຈຳປີ 2020 ຂື້ນ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໂດຍການເປັນປະທານຂອງ ສະຫາຍ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກພະແນກຍຸຕິທຳແຂວງ ອັດຕະປື ມີຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ.
Submitted by buakhao on
ໃນຕອນເຊົ້າ ຂອງວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳໃຕ້ກົດໝາຍ. ໃຫ້ກຽດເປັນປະທານໂດຍ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ເຂົ້າຮ່ວມມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ທັງໝົດ 9 ທ່ານ ຍິງ 2 ທ່ານ.
Submitted by buakhao on
ໃນຕອນເຊົ້າ ຂອງວັນທີ 29 ກັນຍາ 2020 ທີ່ຜ່ານມາ ຮາກຖານກຳມະບານພະແນກຍຸຕິທຳແຂວງ ອັດຕະປື ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ແລະ ປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2020 ແລະ ວາງທິດທາງປະຈຳປີ 2021 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ປະທານຮາກຖານກຳມະບານ ແລະ ສະມາຊິກກຳມະບານຂອງພະແນກຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.
Submitted by buakhao on
ໃນຕອນບ່າຍ ຂອງວັນທີ 21 ກັນຍາ 2020 ຜ່ານມາ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳ ແຂວງ ອັດຕະປື ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະ ຢູ່ຫ້ອງການຍຸຕິທຳເມືອງ ພູວົງ. ໂດຍມີທ່ານ ວັນນະສັກ ວິໄລເນືອງ ຫົວໜ້າຫ້ອງການຍຸຕິທຳເມືອງ ພູວົງ ພ້ອມດ້ວຍພະນັກງານເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 3 ທ່ານ.
Submitted by buakhao on
ໃນຕອນເຊົ້າວັນທີ 8 ກັນຍາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ ໄດ້ຈັດພິທີປະກາດການຈັດຕັ້ງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ວັນທີ 4 ສິງຫາ 2020 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ອັດຕະປື ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳຫຼ້າ ແກ້ວວັນສອນ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື, ທ່ານ ນາງ ກົງຕາ ໂພສາລາດ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານນາງ ພຸດປະໄທ ບຸດສຳພັນ ຫົວໜ້າໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 20 ທ່ານ ຍິງ 16 ທ່ານ.
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 19 ກັນຍາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ອັດຕະປື ໄດ້ຈັດພິທີປາຖະກະຖາລະນຶກວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 17 ປີ (9 ກັນຍາ 2002 - 9 ກັນຍາ 2019) ຂຶ້ນ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ໂດຍ ທ່ານ ຄຳຫຼ້າ ແກ້ວວັນສອນ ຮອງເລຂາໜ່ວຍພັກ, ຮັກສາການຫົວໜ້າພະແນກຍຸຕິທຳແຂວງ ອັດຕະປື ຜູ້ເຂົ້າຮ່ວມ ມີຄະນະພັກ, ຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
Submitted by wickyboubphalyvanh on
ຕອນເຊົ້າຂອງວັນທີ 11 ກັນຍາ 2019 ຜ່ານມານີ້ ຊາວໜຸ່ມພະແນກຍຸຕິທໍາແຂວງ ອັດຕະປື ໄດ້ຈັດພິທີມອບ-ຮັບ ເງິນຈໍານວນໜຶ່ງເພື່ອຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ແຂວງອັດຕະປື, ຕາງໜ້າມອບໂດຍ ທ່ານ ວິໄລ ໄຊຍະວົງສາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ອັດຕະປື ແລະ ກ່າວຮັບໂດຍ ທ່ານ ອ໋ອງຄໍາ ຄູນສະໄໝ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ອັດຕະປື