ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ທະນາຄານ ແຫ່ງ ສປປ ລາວ ສະບັບປັບປຸງ

     ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ທະນາຄານ ແຫ່ງ ສປປ ລາວ ສະບັບປັບປຸງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ມັງກອນ 2018. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການກົດໝາຍ ຂອງກະຊວງຍຸຕິທຳ ແລະ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ ສະບັບທຳອິດໄດ້ຮັບຮັບຮອງ ແລະ ປະກາດໃຊ້ໃນປີ 1995 ແລະ ໄດ້ມີການປັບປຸງບາງມາດຕາໃນປີ 1999. ສຳລັບເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຮ່າງກົດໝາຍສະບັບດັ່ງກ່າວໃນເທື່ອນີ້ ເນື່ອງຈາກວ່າໄດ້ຖືກນຳໃຊ້ມາເປັນເວລາດົນພໍສົມຄວນ, ມີຫຼາຍບົດບັນຍັດບໍ່ແທດເໝາະ ແລະ ຫຼາຍວຽກງານຍັງບໍ່ໄດ້ຮັບການກຳນົດໄວ້ໃນກົດໝາຍ. ສະນັ້ນ, ຈຶ່ງມີຄວາມຈຳເປັນໃນການປັບປຸງ ໃຫ້ມີຄວາມລະອຽດ, ຊັດເຈນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກປະຕິບັດຕົວຈິງ.

     ຮ່າງກົດໝາຍວ່າດ້ວຍ ທະນາຄານແຫ່ງ ສປປລາວ ມີທັງໝົດ 11 ພາກ, 10 ໝວດ ແລະ 83 ມາດຕາ ໄດ້ກໍານົດຫຼັກການ ແລະ ລະບຽບການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງທະນາຄານ ແຫ່ງ ສປປ ລາວ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາ, ຄວາມໝັ້ນຄົງຂອງສະຖາບັນການເງິນ, ຮັບປະກັນລະບົບການຊຳລະໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປອດໄພ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ນັບຈະເລີນກ້າວໜ້າອີກດ້ວຍ.

ຂ່າວ: ສີປະໄພ, ພາບ: ສຸກສາຄອນ, ວັນທີ 29 ມັງກອນ 2018.

ປະເພດຂ່າວ: