ກອງປະຊຸມຄົບຄະນະສະໄໝສາມັນ ຄັ້ງທີ 7 ສະໄໝທີ 4 ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳ

     ໃນຕອນເຊົ້າຂອງວັນທີ 5 ມັງກອນ 2018 ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົບຄະນະ ສະໄໝສາມັນຄັ້ງທີ 7 ສະໄໝທີ 4 ຂອງຄະນະບໍລິຫານງານພັກກະຊວງຍຸຕິທຳຂຶ້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ. ສົມບັດ ເຢຍລີເຮີ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີ ສະຫາຍຮອງເລຂາຄະນະພັກ, ຄະນະພັກ-ຄະນະນຳກະຊວງ, ສະຫາຍເລຂາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງຍຸຕິທຳ ແລະ ປະທານສາມອົງການຈັດຕັ້ງ ມະຫາຊົນເຂົ້າຮ່ວມ.

     ສະຫາຍ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະບໍລິຫານງານພັກ ແຕ່ເດືອນ ຕຸລາ-ທັນວາ 2017 ແລະ ທິດທາງແຜນການແຕ່ເດືອນ ມັງກອນ-ມີນາ 2018 ຊຶ່ງລະຍະ 3 ເດືອນຜ່ານມາ ຄະນະພັກກະຊວງ ເວລາໃດກໍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ດຳເນີນຢ່າງເປັນປົກກະຕິ, ເອົາໃຈໃສ່ຊີ້ນຳການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຕາມແຜນການ, ຕາມພາລະບົດບາດຂອງແຕ່ລະກົມ, ຊີ້ນຳ-ນຳພາອົງການຈັດຕັ້ງມະຫາຊົນໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບພາຍໃນ, ວຽກງານກໍ່ສ້າງພັກ, ພະນັກງານ ແລະ ການປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ.  ພ້ອມນັ້ນຄາດໝາຍສູ້ຊົນຂອງກະຊວງຍຸຕິທຳ ແຕ່ເດືອນ ມັງກອນ-ມີນາ 2018 ແມ່ນຈະໄດ້ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມທາງດ້ານ ການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ສືບຕໍ່ປັບປຸງພາລະບົດບາດຂອງຫ້ອງການຍຸຕິທຳເມືອງໃຫ້ສຳເລັດ, ຊີ້ນຳການຈັດຕັ້ງປະຕິບັັັດ 6 ແຜນການ, 23 ໂຄງການ ຕາມພາລະບົດບາດຂອງບັນດາກົມ, ຊີ້ນຳວຽກງານສ້າງ ແລະ ປັບປຸງກົດໝາຍ ໃຫ້ສຳເລັດຕາມແຜນການ ຂອງລັດຖະບານ ແລະ ສະພາແຫ່ງຊາດ, ໂຄສະນາເຜີຍແຜ່ກົດໝາຍດ້ວຍຫຼາຍຮູບການ, ປັບປຸງຂອດການບໍລິການກົດໝາຍໃຫ້ນັບມື້ນັບວ່ອງໄວຂຶ້ນເລື່ອຍໆ.

ຂ່າວ: ສີປະໄພ 

ພາບ: ສົມຫວັງ

 

ປະເພດຂ່າວ: