ກອງປະຊຸມຄົ້ນຄ້ວາປຶກສາຫາລືປະກອບ ຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ

     ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ສະບັບປັບປຸງ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2017 ໂດຍການເປັນປະທານຂອງ ທ່ານ ສຈ ເກດ ກຽດຕິສັກ ອະດີດຮອງລັດຖະມົນຕີກະຊວງຍຸຕິທໍາ ເປັນກຽດເຂົ້າຮ່ວມຂອງ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທ່ານຜູ້ຕ່າງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍພະນັກງານວິຊາການກົດໝາຍຂອງສອງພາກສ່ວນເຂົ້າຮ່ວມ.

     ໃນກອງປະຊຸມ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ຢ່າງມີຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ ເປັນຕົ້ນ ແມ່ນໄດ້ເລືອກເຟັ້ນເອົາຄໍາຄິດຄໍາເຫັນທີ່ດີມີເຫດຜົນເຂົ້າໃສ່ຮ່າງກົດໝາຍດັ່ງກ່າວ ຊຶ່ງຮ່າງກົດໝາຍສະບັບປັບປຸງດັ່ງກ່າວປະກອບມີ  10 ພາກ, 26 ໝວດ, 172 ມາດຕາ ໃນນັ້ນໄດ້ຮັກສາເນື້ອໃນເດີີມ ຂອງກົດໝາຍສະບັບເກົ່າໄວ້ 87 ມາດຕາ, ປັບປຸງ 78 ມາດຕາ ແລະ ສ້າງຂຶ້ນໃໝ່ 7 ມາດຕາ.

     ຈຸດປະສົງຂອງການປັບປຸງກົດໝາຍໃນຄັ້ງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ມີຄວາມສົມບູນຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ຊຶ່ງຮ່າງກົດໝາຍວ່າດ້ວຍ ຊັບສິນທາງ ປັນຍາ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສົ່ງເສີມຫົວຄິດປະດິດສ້າງ, ການປະດິດຄິດແຕ່ງ, ເສດຖະກິດພູມປັນຍາ, ການຄຸ້ມຄອງ ແລະ ການປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບ ປະກັນຜົນປະໂຫຍດອັນຊອບທໍາ ຂອງເຈົ້າຂອງຊັບສິນທາງປັນຍາ, ແນ່ໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ຄວາມອາດສາມາດແຂ່ງຂັນສ້າງເສດຖະກິດແຫ່ງຊາດ.

ຂຽນຂ່າວ: ໄຊຍະສິດ     ຖ່າຍພາບໂດຍ: ສຸກສາຄອນ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: