ກອງປະຊຸມທົບທວນປະຈຳປີ 2016 ແລະ ກອງປະຊຸມສະພາບໍລິຫານຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ

      ກອງປະຊຸມທົບທວນ ປະຈຳປີ 2016 ແລະ ກອງປະຊຸມສະພາບໍລິຫານຂອງໂຄງການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດແຫ່ງກົດໝາຍ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 14 ກຸມພາ 2017 ຢູ່ສະໂມສອນກະຊວງຍຸຕິທຳ ໂດຍການ ເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ຄຳພາ ແສງດາລາ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ບາລາຊຸບຣາມານຽມ ມູຣາລີ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດ ທະນາ, ມີບັນດາທ່ານ ຄູ່ຮ່ວມພັດທະນາ, ຫົວໜ້າແຜນງານ ແລະ ຜູ້ຕາງໜ້າຈາກຂະແໜງການຕ່າງໆເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຜົນໄດ້ຮັບຂອງການຈັດຕັ້ງປະຕິບັດກິດຈະກຳໃນປີ 2016 ແລະ ກຳນົດທິດທາງແຜນວຽກສຳລັບປີ 2017. ໃນກອງປະຊຸມ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວ ເປີດກອງປະຊຸມ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການນຳສະເໜີບົດລາຍງານປະຈຳປີ 2016 ເປັນຕົ້ນແມ່ນ ຜົນສຳເລັດໃນການຈັດຕັ້ງປະຕິບັດກິດຈະກຳຂອງຫົກແຜນງານ, ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນໃສ່ທິດທາງ ແຜນການໃນຕໍ່ໜ້າ ແລະ ຮ່ວມກັນຮັບຮອງເອົາບັນດາກິດຈະກຳຂອງຫົກແຜນງານທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ແຕ່ນີ້ຮອດເດືອນມິຖຸນາ 2017.

ຂ່າວ: ສີປະໄພ  ພາບ: ສົມຫັວງ 

ປະເພດຂ່າວ: